ໃນຕອນແລງຂອງວັນທີ 17 ກຸມພາ 2020  ພະແນກ ຊສ ແຂວງສາລະວັນ ໃດ້ຈັດກອງປະຊຸມຜັນຂະຫຍາຍເຜີຍເຊື່ອມຊືມ ດຳລັດ 116/ລບ,ລົງວັນທີ 22 ເມສາ 2019 ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ, ກະກຽມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 64 ປີ ແລະ ລະບຽບກອງທຶນສະບັບເລກທີ 432/ກຊບ.ສບຂ,ລົງວັນທີ 16 ພຶດສະພາ 2017 ທີ່ຫ້ອງປະຊຸມຂອງພະແນກ ຊສ  ແຂວງສາລະວັນ  

  •  ໂດຍການເປັນປະທານຂອງ  ທ່ານ ກິດຕະກອນ ສາຍສະໜຸດ  ຮອງປະທານ ຄະນະບໍລິຫານງານ ສະຫະພັນກຳມະບານແຂວງ ໃຫ້ກຽດເປັນປະທານຮ່ວມ ທ່ານ ສົມພອນ ແສງສຸລິຈັນ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຕາງໜ້າຫົວໜ້າ-ຮອງສະຫະພັນແມ່ຍິງ ຮາກຖານ ພຊສ  ຕາງໜ້າຫົວໜ້າ-ຮອງໜ່ວຍຊາວໜຸ່ມຮາກຖານ ພຊສ ພ້ອມດ້ວຍສຳມະຊິກກຳມະບານພາຍໃນໜ່ວຍ ພຊສ ແຂວງ ເຂົ້າຮ່ວມທັງໜົດຈຳນວນ 45 ທ່ານ, ຍິງ 15 ທ່ານ ຈາກນັ້ນກໍ່ໃດ້ຮັບຟັງການໂອ້ລົມກ່ຽວກັບປະຫັວດຄວາມເປັນມາຂອງສະຫະພັນກຳມະບານສູນກາງ, ຜົນງານການເຄື່ອນໄຫວວຽກງານສະຫະພັນກຳມະບານແຂວງ,ກຳມະບານຮາກຖານ ພຊສ ຈາກ ທ່ານປະທານກອງປະຊຸມ  ເພື່ອເປັນບົດຮຽນໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ໃດ້ຜົນສຳເລັດ.