ໃນຕອນເຊົ້າວັນທີ 21 ກຸມພາ 2020 ນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ, ໄດ້ຈັດພິທີ່ມອບ - ຮັບ ຫົວໜ້າພະແນກ ຜູ້ເກົ່າ ແລະ ຜູ້ໃໝ່ ຂື້ນຢ່າງເປັນທາງການ ລະຫ່ວາງ ທ່ານ  ອຸ່ນເຮືອນ  ລືສີສະໜຸດ ຫົວໜ້າ ພຊສ ຜູ້ເກົ່າ ແລະ ທ່ານ ສັກດາ ແກ້ວດວງສີ ເປັນຜູ້ຮັກສາການຫົວໜ້າ ພຊສ ຜູ້ໃໝ່ ,ໄດ້ຈັດຂື້ນຢູ່ຫ້ອງປະຊຸມສະໂມສອນແຂວງ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນທຽນ ແກ້ວໄຊຍະວົງ ຮອງເລຂາພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ມີຫົວໜ້າ - ຮອງພະແນກການທີ່ກ່ຽວຂ້ອງ, ຫົວໜ້າຫ້ອງການ ຊສ 8 ຕົວເມືອງ,ຫົວໜ້າ - ຮອງຂະແໜງ ແລະ ພະນັກງານວິຊາການຂອງພະແນກ ພຊສ ເຂົ້າຮ່ວມທັງໜົດ 65 ທ່ານ, ຍິງ 20 ທ່ານ ,ພິທີໃດ້ຜ່ານບົດສະຫຼຸບລາຍງານການມອບ - ຮັບ ເຊິ່ງມີຫຼາຍໜ້າວຽກທີ່ສຳຄັນ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃຫ້ໃດ້ຮັບຜົນສຳເລັດໃນຕໍ່ໜ້າ, ມາຮອດເວາລາ 11: 30 ໂມງ ຂອງວັນດຽວກັນ ພິທີມອບ - ຮັບດັ່ງກ່າວກໍ່ໄດ້ປິດລົງຢ່າງຈົບງາມ.