ໃນຕອນບ່າຍຂອງວັນ 10 ມິນາ 2020 ນີ້ ທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຮ່ວມກັບເມືອງສາລະວັນ, ພ້ອມດ້ວຍຫ້ອງການ, ຂະແໜງການທີ່ກ່ຽວຂ້ອງ ຈຳນວນ 30 ທ່ານ, ເຂົ້າຮ່ວມສຳຫຼວດດິນເຂດທ່ອງທ່ຽວຖ້ຳພູຜາສຸກ ເມືອງ ແລະ ແຂວງ ສາລະວັນ,

ເພື່ອສຶກສາສຳຫລວດຕອນດິນປະຊາຊົນຈຳນວນໜຶ່ງ ທີ່ນອນໃນເຂດສະຫງວນດັ່ງກ່າວ, ເພື່ອເຮັດການຈັດສັນພື້ນທີ່ຄືນໃໝ່,ຫຼີກລ້ຽງການບຸກລຸກພື້ນທີ່ປ່າໄມ້ເຂດຫວງຫ້າມປ່າຜະລິດ, ເຂດແຫຼ່ງທ່ອງທ່ຽວ,ເຂດອະນຸລັກຂອງບ້ານ, ດິນໂຮງໝໍ,ໂຮງຮຽນ, ດິນແຮສາທາລະນະປະໂຫຍດອື່ນໆ, ທັງນີ້ກໍ່ເພື່ອຄວາມເປັນລະບຽບພາຍໃນເຂດທ່ອງທ່ຽວຖ້ຳພູຜາສຸກ ແລະ ອະນຸລັກຮັກສາພັນພືດສັດຄວາມສົມດຸນທາງທຳມະຊາດ, ສະພາບແວດລ້ອມໃນເຂດທ່ອງທ່ຽວບໍ່ໃຫ້ມີການບົກແຫ້ງຫຼືສູນພັນໄປ.