ໃນຕອນບ່າຍ ວັນທີ 12 ມິນາ 2020  ພຊສ ຮ່ວມກັບ ກົມແຜນການ ແລະ ການຮ່ວມມື,ກຊສ ໃດ້ຈັດກອງປະຊຸມ ຊຸກຍູ້ ວຽກງານແຜນການ ແລະ ວຽກງານຮ່ວມມື ຂອງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ,ທີ່ຫ້ອງປະຊຸມຂອງພະແນກ ຊສ ,ໂດຍການເປັນປະທານຂອງ ທ່ານ ສົມພອນ ແສງສຸລິຈັນ ຮອງຫົວໜ້າ ພະແນກ ຊສ, ມີຫົວໜ້າ - ຮອງ 8 ຂະແໜງ ທີ່ຂື້ນກັບ ພຊສ ພ້ອມດ້ວຍວິຊາການທີ່ຮັບຜິດຊອບວຽກງານດັ່ງກ່າວ, ຕາງໜ້າຫ້ອງການ ຊສ ເມືອງສາລະວັນ, ເຂົ້າຮ່ວມທັງໜົດຈຳນວນ 26 ທ່ານ , ຍິງ 8 ທ່ານ 

ກອງປະຊຸມໃດ້ຮັບຟັງການສະ ເໜີ ຂໍ້ຄົງຄ້າງ ແລະ ວຽກງານທີ່ຕ້ອງເອົາໃຈໃສ່ໃນການສ້າງແຜນການ 5 ປີ 2021 –2025 ຂອງຂະແໜງ ຊສ ແລະ ແຜນພັດທະນາເສດຖະກິດ - ສັງຄົມ ແຫ່ງຊາດ ຄັ້ງທີ IX (2021 – 2025)ທີ່ຕິດພັນກັບພະແນກ ຊສ ,ຈາກນັ້ນທີ່ປະຊຸມກໍ່ໃດ້ມີການປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ດ້ວຍບັນຍາກາດອັນຟົດຟື້ນ ມາຮອດເວລາ 4 : 00 ໂມງ ຂອງວັນດຽວກັນ ກອງປະຊຸມກໍ່ໄດ້ປິດລົງຢ່າງຈົບງາມ.