ໃນຕອນເຊົ້າວັນທີ 17 ມິນາ 2020  ພຊສ ໃດ້ຈັດກອງປະຊຸມຜ່ານຮ່າງແຜນການຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຂອງແຂວງສາລະວັນ, ໂດຍຕິດພັນກັບບົດສະຫຼຸບວຽກງານຮອບດ້ານປະຈຳປີ 2019 ວາງທິດທາງແຜນການປີ 2020 , ທີ່ໂຮງແຮມສິນສະໄໝ   ພາຍໃຕ້ການເປັນປະທານຂອງ , ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງໆສາລະວັນ,ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ບຸນມີ ພຸດທະວົງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ,ມີຫົວໜ້າ-ຮອງ 8ຂະແໜງການທີ່ຂື້ນກັບ ພຊສ,ຫົວໜ້າ - ຮອງ ຫ້ອງການ ຊສ 8 ຕົວເມືອງ ,ຕາງໜ້າພະແນກການທີ່ກ່ຽວຂ້ອງ, ເຂົ້າຮ່ວມທັງໜົດຈຳນວນ 64 ທ່ານ, ຍິງ 9 ທ່ານ  ກອງປະຊຸມໃດ້ຜ່ານຮ່າງແຜນຈັດສັນທີ່ດິນຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ,

ບົດສະຫລຸບການຈັດຕັ້ງວຽກງານຮອບດ້ານຂອງ ພຊສ ປະຈຳປີ 2019 ແລະ ວາງແຜນການປີ 2020 ເຊິ່ງມີຫຼາຍໜ້າວຽກທີ່ພົ້ນເດັ່ນເປັນຕົ້ນແມ່ນວຽກເກັບລາຍຮັບໄດ້ທັງໜົດ 1,032,696.000 ກີບ ເທົ່າກັບ 98 % ,ປະຕິບັດອອກໃບຕາດິນໄດ້ທັງໜົດ 18,379 ຕອນ,ເທົ່າ 183 %,ພ້ອມທັງສືບຕໍ່ສູ້ຊົນອອກໃບຕາດິນປີ 2020 ໃນຈຳນວນ 15,000 ຕອນ,ຈາກນັ້ນກອງປະຊຸມກໍ່ໄດ້ເປີດກ້ວາງໃຫ້ບັນດາແຂກທີ່ເຂົ້າຮ່ວມປະກອບຄຳຄິດເຫັນໃສ່ຮ່າງແຜນການຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຂອງແຂວງສາລະວັນ ແລະ  ບົດສະຫລຸບປີ 2019 ແລະ ແຜນການປີ 2020 ຢ່າງຕົງໄປຕົງມາເຕັມເຮັດໃຫ້ບບັນຍາກາດເຕັມໄປດ້ວຍຄວາມຟົດຟື້ນ ມາຮອດເວລາ 12: 00 ໂມງ ຂອງວັນດຽວກັນກອງປະຊຸມກໍ່ໄດ້ປິດລົງຢ່າງຈົບງາມ.