ໃນຕອນເຊົ້າຂອງວັນທີ 7 ພຶດສະພາ 2020 ນີ້ ທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ, ພ້ອມດ້ວຍພະນັກງານວິຊາການຂະແໜງການທີ່ກ່ຽວຂ້ອງ ຮ່ວມກັບຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ວາປີ ເຂົ້າຮ່ວມຕິດຕາມການບຸກເບີກເນື້ອທີ່ດິນເພື່ອປູກໄມ້ໃຫ້ໝາກ,

ໃນຮູບແບບ 2+3 ຂອງບໍລິສັດ ພອນທິບ ການກະເສດ ຢູ່ເຂດ ບ້ານ ດົງມອນ, ບ້ານ ຈອງ ແລະ ບ້ານ ໜອງໂພ ເມືອງວາປີ ເຊິ່ງລວມເນື້ອທີ່ບຸກເບີກສຳເລັດແລ້ວເກືອບ 200 ເຮັກຕາ, ແຜນຄວາມຕ້ອງການເນື້ອທີ່ຂອງບໍລິສັດແມ່ນ 700 ເຮັກຕາ.