ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2020 ນີ້ ທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ ພ້ອມດ້ວຍພະນັກງານວິຊາການ ໃດ້ຮ່ວມກັບ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ຄົງເຊໂດນ, ເມືອງ ລະຄອນເພັງ, ຕາງໜ້ານາຍ ແລະ ພົນທະຫານ ກອງພົນທີ 5 ພ້ອມອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ຈຳນວນ 23 ທ່ານ,ຈາກສອງບ້ານຄື: ບ້ານໜອງໂນ ເມືອງຄົງເຊໂດນ ແລະ ບ້ານກຸດລຳຟອງ ເມືອງລະຄອນເພັງ,

ທີ່ປະຊຸມໃດ້ເປັນເອກະພາບກັນລະດົມໃຫ້ປະຊາ ຊົນ 2 ຄອບຄົວທີ່ຖືກໂຄງການກໍ່ສ້າງຄ້າຍທະຫານ ແມ່ນໃດ້ຮັບຜົນສຳເລັດແລ້ວ 1 ຄອບຄົວ ແລະ ຍັງເຫລືອ 1 ຄອບຄົວ ແມ່ນຍັງສືບຕໍ່ປະຕິບັດນະໂຍບາຍຕາມຕາມການສະເໜີຜູ້ກ່ຽວ ຄືຈັດຫາເນື້ອທີ່ດິນຂະໜາດ 40x40 ໃຫ້ຈຳນວນ 1 ຕອນຫລື ເບີກຈ່າຍງົບປະມານໃຫ້ຈຳນວນໜຶ່ງ ເພື່ອແບ່ງເບົ່າຜົນກະທົບ, ຈາກນັ້ນທີມງານແມ່ນໃດ້ເດີນສຳຫລວດຂອບເຂດຄ້າຍທະຫານເກົ່າ ເພື່ອເກັບກຳຂໍ້ມູນເບື້ອງຕົ້ນເຊິ່ງສາມາດເກັບກຳໃດ້ 20,3 ເຮັກຕາ ແລະ ໃດ້ສືບຕໍ່ກວດກາບຸກເບີກເນື້ອທີ່ດິນ ຄ້າຍທະຫານກອງພົນທີ 5 ທີ່ໃດ້ບຸກເບີກສຳເລັດແລ້ວເປັນສ່ວນໃຫຍ່ ໃນເນື້ອທີ່ 9,3 ເຮັກຕາ