Print

    ໃນຕອນເຊົ້າຂອງວັນທີ 18 ພຶດສະພາ 2020 ນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ ໃດ້ຈັດປະຊຸມສ່ອງແສງການຈັດຕັ້ງປະຕິບັດວຽກງານໃນໄລຍະ 4 ເດືອນຕົ້ນປີ 2020 ຂື້ນ ພາຍໃຕ້ການເປັນປະທານ ຂອງ ທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າພະແນກ ຊສ ປະຈຳແຂວງສາລະວັນ,ໃນນັ້ນໃດ້ມີຮອງຫົວໜ້າພະແນກ ຊສ, ຫົວໜ້າຂະແໜງ,ຮອງຂະແໜງ ອ້ອມຂ້າງພະແນກເຂົ້າຮ່ວມຢ່າງພ້ອມພຽງ ທີ່ປະຊຸມໃດ້ຮັບຟັງການລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານຂອງແຕ່ລະຂະແໜງການ ເພື່ອໃຫ້ພະແນກກໍ່ຄືທີ່ປະຊຸມໃດ້ຮັບຮູ້,ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານຜ່ານມາ ກໍ່ຄືແຜນສືບຕໍ່ໃນເດືອນຕໍ່ໜ້າໃຫ້ໃດ້ຮັບຜົນສຳເລັດເປັນກ້າວໆ,

ໃນນັ້ນ, ວຽກງານທີ່ພົ້ນເດັ່ນ ແມ່ນວຽກງາານທີ່ດິນ ເຊິ່ງໃດ້ສຳເລັດການພິສູດຫລັກຖານອອກໃບຕາດິນທັງໜົດ 1,203 ຕອນ,ສ້າງຖານສຳມະໂນໃດ້ເກືອບ 3,000 ຕອນ, ສ້າງລາຍຮັບເຂົ້າງົບປະມານໃດ້ເກືອບ 300 ລ້ານກີບ, ສຳລັບແຜນການສືບຕໍ່ໃນຊຸມເດືອນຕໍ່ໜ້າແມ່ນສືບຕໍ່ພິສູດຫລັກຖານອອກໃບຕາດິນໃຫ້ໃດ້ 15,000 ຕອນ, ສ້າງຖານສຳມະໂນໃຫ້ໃດ້ 30.000 ຕອນ, ເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸໃດ້ ເກືອບ 400 ລ້ານກີບ.