Print

     ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2020 ນີ້, ທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າພະແນກ ຊັບພະຍາກອນ ທຳມະຊາດແລະສິ່ງແວດລ້ອມ ແຂວງສາລະວັນ ພ້ອມດ້ວຍຄະນະພະແນກ, ຫົວໜ້າ,ຮອງຂະແໜງການຕະຫຼອດຮອດພະນັກງານວິຊາການຈຳນວນໜຶ່ງ ໃດ້ເຂົ້າຮ່ວມປຸກຕົ້ນໄມ້ຢູ່ເຂດແຫຼ່ງທ່ອງທ່ຽວ ພູຜາສຸກ ເມືອງ ແລະ ແຂວງ ສາລະວັນ, ສຳລັບເບ້ຍໄມ້ທີ່ນຳມາປຸກຄັ້ງນີ້ແມ່ນປະເພດໄມ້ ອຸດສາຫະກຳ ທີມີຄວາມເໝາະສົມກັບສະພາບພຶ້ນທີ່,ເຂດທ່ອງທ່ຽວພູຜາສຸກແມ່ນເຂດທີມີຄວາມອຸດົມສົມບູນທາງທຳມະຊາດ ເໝາະແກ່ການຂະຫຍາຍພັນພຶດ,ພັນສັດ ແລະ ທິວທັດທຳມະຊາດທີ່ສ່ວຍງາມ ເຊີ່ງທາງຄະນະນຳຂອງເມືອງ ແລະ ແຂວງສາລະວັນໃດ້ກຳນົດເປັນຈຸດທ່ອງທ່ຽວທີ່ສວຍງາມອິກແຫ່ງໜຶ່ງເພື່ອຮອງຮັບການທ່ອງທ່ຽວກໍ່ຄືການສຶກສາຄວາມຮູ້ກ່ຽວກັບພັນພຶດ,ພັນສັດ ແລະ ຊີວະນາໆພັນ ເພື່ອປະໂຫຍດອັນໃຫ່ຍຫຼວງຂອງລຸກຫຼານ,ສັງຄົມລຸ້ນຕໍ່ໆໄປ, 

ຈາກນັ້ນ, ຄະນະນຳ ພະແນກ ຊສ ປະຈຳແຂວງ ສາລະວັນ ແມ່ນໃດ້ສືບຕໍ່ເຂົ້າຮ່ວມປ່ອຍປ່າລົງສູ່ໜອງນ້ຳທຳມະຊາດຕຶ່ມອີກຈຳນວນໜຶ່ງ ທີ່ຈຸດທ່ອງທ່ຽວແຫ່ງດັ່ງກ່າວ, ທັງນີ້ ກໍ່ເພື່ອເສີມສ້າງຄວາມອຸດົມສົມບູນທາງທຳມະຊາດ ໃຫ້ຮັກສາ,ທົດແທນໃດ້ຄວາມອຸດົມສົມບູນຄວາມຍຶນຍົງຂອງປ່າໄມ້ຕາມທິດທາງແຜນການ, ການຂະຫຍາຍເນື້ອທີປ່າໄມ້ ໃຫ້ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້ເປັນກ້າວໆ.