Print

        ໃນຕອນເຊົ້າຂອງວັນທີ 3 ມິຖຸນາ 2020 ນີ້ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມແຂວງສາລະວັນ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງໃດ້ເຂົ້າຮ່ວມການເຄື່ອນໄຫວຊຸກຍູ້ວຽກງານ ອຸຕຸນິຍົມອຸທົກກະສາດ ແລະ ວຽກງານອຶ່ນໆຈຳນວນໜຶ່ງຢູ່ 2 ຕົວເມືອງ ຄື ເມືອງວາປີ ແລະ ເມືອງຄົງເຊໂດນ ແຂວງສາລະວັນ, ການລົງຊຸກຍູ້ວຽກງານໃນຄັ້ງນີ້ແມ່ນເລັງໃສ່ແນະນຳພະນັກງານວິຊາການທີເຮັດໜ້າທີໃນການຕິດຕາມກວດກາຫຼາວັດແທກນ້ຳໃນສາຍນ້ຳເຊໂດນ, ວິທີການເກັບກຳປະລິມານນ້ຳຝົນ, ເກັບກຳແສງແດດ, ຄ່າອຸນຫະພູມຕ່າງໆຕະຫຼອດຮອດການລາຍງານສະພາບການປ່ຽນແປງດິນຟ້າອາກາດ, ໃຫ້ກັບສາຍຕັ້ງສາຍຂວາງທີ່ມີການຕິດ ຕາມເຝົ້າລະວັງ, ເພື່ອກະກຽມຮັບມືກັບລະດູຝົນທີໄກ້ຈະມາເຖີງນີ້ໃຫ້ມີຄວາມຕຽມພ້ອມ ແລະແຈ້ງການລ່ວງໜ້າໃຫ້ສັງຄົມໃດ້ຮັບຮູ້ຢ່າງຫ່ວງທັນຖ້າຫາກມີເຫດການຄວາມສ່ຽງຕ່າງໆເກີດຂຶ້ນ,

ຈາກນັ້ນຄະນະທິມງານທັງແຂວງ ແລະເມືອງແມ່ນໃດ້ຮ່ວມ ກັນກວດກາຄຶນສະຖານີວັດແທກນ້ຳ,ທັງ 2 ເມືອງ ເຊີງມີອຸປະກອນທີຈຳເປັນຈຳນວນໜຶ່ງໃດ້ເປ້ເພເສຍຫາຍຈາກເຫດການນ້ຳຖ້ວມໃນປີຜ່ານເປັນຕົ້ນ:ແມ່ນຫຼາວັດແທກນ້ຳ,ອຸປະກອນຄອບຄຸມລະບົບການລາຍແບບໂອໂຕມະຕິກຖືກນ້ຳຖ້ວມບໍສາມາດນຳໃຊ້ໃດ້,ເຊີ່ງທັງ 2 ເມືອງແມ່ນຍັງສືບຕໍ່ເກັບກຳລາຍລະອຽດອຸປະກອນທີ່ເປ້ເພ ແລະ ຈຳເປັນໃຊ້ຈຳນວນໜຶ່ງເພື່ອນຳສະເໜີຂັ້ນເທີງຄົ້ນຄ້ວາ ແລ້ວສະໜອງໃຫ້,ແລ້ວນຳໄປບຳລຸງສ້ອມແປງອັນທີເປ້ເພເສຍຫາຍໃຫ້ໄດ້ນຳໃຊ້ໃດ້ເປັນປົກກະຕິ.