Print

       ໃນຕອນເຊົ້າຂອງວັນທີ 5 ມິນາ 2020 ນີ້ ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ປະຈຳແຂວງ ສາລະວັນ ໃດ້ຮ່ວມກັບ ຫ້ອງການຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເມືອງສາລະວັນ,ພ້ອມດ້ວຍຄະນະນຳຂອງແຂວງ,ເມືອງ,ພະແນກການ, ຫ້ອງການອ້ອມຂ້າງແຂວງ ແລະ ເມືອງ ພ້ອມດ້ວຍຄູ ອາຈານ ນັກຮຽນ,ການຈັດຕັ້ງບ້ານອ້ອມຂ້າງເທດສະບານ ເກືອບ 100 ຄົນ ເຂົ້້າຮ່ວມສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກຄົບຮອບ48ປີ ແລະ ວັນສິ່ງແວດລ້ອມ ແຫ່ງຊາດຄົບຮອບ 21 ປີ,

ສຳລັບກິດຈະກຳໃນການເຄືອນໄຫວໃນຄັ້ງນີ້ປະກອບມີ ຂະບວນການອອກແຮງງານອະນາໄມເກັບມ້ຽນສິ່ງເສດເຫຼືອຕາມສາຍທາງໃນເທດ ສະບານເຊີ່ງລວມໄລຍະທາງ 2 ກິໂລແມັດ,ຈາກນັ້ນຜູ້ເຂົ້າຮ່ວມໃດ້ສາໜັກຄີກັນປຸກຕົ້ນໄມ້ເພືອປະດັບ ແລະ  ເປັນຫົ່ມເງົາ ໃຫ້ກັບໂຮງຮຽນປະຖົມສົມບູນບ້ານຫາດຄອງຫຼວງເມືອງສາລະວັນ ຕຶ່ມອີກ,  ທັງນີ້ກໍ່ເພື່ອເປັນການອະນຸລັກຮັກສາສະພາບແວດລ້ອມໃຫ້ກັບຊຸມຊົນກໍ່ຄືການປຸກຈິດສຳນຶກໃຫ້ສັງຄົມເຫັນໃດ້ຄວາມສຳຄັນໃນການປົກປັກຮັກສາສະພາບແວດລ້ອມອ້ອມຂ້າງໃຫ້ມີຄວາມສະອາດສວຍງາມປາສະຈາກກິນອາຍມົນລະພິດ, ສິ່ງເສດເຫຼືອທີຈະເປັນພາຫະນະນໍາເຊື້ອພະຍາດ,ເຊື້ອໂລກຕ່າງໆທີ່ມີຕາມລະດູການໃຫ້ໝົດໄປ.