ໃນຕອນເຊົ້າວັນທີ 10 ມິຖຸນາ 2020 ນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ, ໄດ້ຈັດພິທີ່ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີI, ປະຈຳປີ 2019 ແລະ ວາງແຜນການສືບຕໍ່ ຄັ້ງທີ II, ປະຈຳປີ 2020 ,ເຊີ່ງໄດ້ຈັດຂື້ນຢູ່ຫ້ອງປະຊຸມພະແນກການເງິນແຂວງ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນທຽນ ແກ້ວໄຊຍະວົງ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາສະຫາຍຄະນະພັກ,

ຕາງໜ້າໜ່ວຍພັກອ້ອມຂ້າງ,ສະມາຊິກພັກ,ພະນັກງານລັດຖະກອນ,ພະນັກງານອາສາສະໝັກ ພຊສ ເຂົ້າຮ່ວມທັງໜົດ 70 ທ່ານ, ຍິງ 20 ທ່ານ ,ພິທີໄດ້ຜ່ານມະຕິຕົກລົງຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຜ່ານມະຕິຕົກລົງ ຍ້ອງຍໍບຸກຄົນທີ່ມີຜົນງານໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ເຊິ່ງໃນນັ້ນມີໃບຍ້ອງຍໍຂັ້ນແຂວງ, ໃບຍໍຍ້ອງຂັ້ນພະແນກ ແລະ ໃບຊົມເຊີຍຂັ້ນພະແນກ ຈາກນັ້ນຜູ້ເຂົ້າຮ່ວມກໍ່ໄດ້ຮັບຟັງການໂອ້ລົມ ຂອງຄະນະພັກຂັ້ນເທິງ  ເພື່ອເປັນບົດຮຽນໃນການຈັດຕັ້ງປະຕິບັດວຽກງານໃຫ້ໃດ້ຮັບຜົນສຳເລັດໃນຕໍ່ໜ້າ, ມາຮອດເວາລາ 11: 30 ໂມງຂອງວັນດຽວກັນ ພິທີດັ່ງກ່າວກໍ່ໄດ້ປິດລົງຢ່າງຈົບງາມ.