Print

       ໃນຕອນບ່າຍວັນທີ 10 ມິຖຸນາ 2020 ນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ, ໄດ້ຈັດກອງປະຊມ ປະກາດການຈັດຕັ້ງ ຮັກສາການຫົວໜ້າ ແລະ ຜູ້ຊ່ວຍວຽກຂະແໜງພາຍໃນ ພຊສ ແຂວງ, ທີ່ຫ້ອງປະຊຸມຂອງພະແນກການເງິນແຂວງສາລະວັນ  ພາຍໄຕ້ການເປັນປະທານຂອງ ທ່ານ  ສັກດາ ແກ້ວດວງສີ  ຮັກສາການຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ແຂວງສາລະວັນ, ໃຫ້ກຽດເຂົ້າຮ່ວມມີຜູ້ຕາງໜ້າຄະນະກວດກາແຂວງ,ຕາງໜ້າຄະນະຈັດຕັ້ງແຂວງ,

ຕາງໜ້າຄະນະພະແນກການອອ້ມຂ້າງແຂວງ, ມີຫົວໜ້າຂະແໜງ- ຮອງຂະແໜງ , ສຳມະຊິກພັກສຳບູນ - ສໍາຮອງ, ພ້ອມດ້ວຍພະນັກງານລັດຖະກອນ ພາຍໃນພະແນກ ຊສ ແຂວງ ເຂົ້າຮ່ວມທັງໜົດ 50 ສະຫາຍ, ຍິງ 10 ສະຫາຍ,ໃນນີ້ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຮັກສາການຫົວໜ້າຂະແໜງທີ່ດິນ ແລະ ຜູ້ຊ່ວຍວຽກຈຳນວນໜຶ່ງ, ເຊິ່ງຫົວໜ້າຂະແໜງທີ່ດິນຜູ້ເກົ່າໃດ້ເລື່ອນເປັນຄະນະພະແນກ ຊສ ທັງນີ້ກໍ່ເພື່ອເຮັດໃຫ້ການຈັດຕັ້ງ ປະຕິບັດວຽກງານພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ດຳເນີນໄປຢ່າງຕໍ່ເນື່ອງ ແລະ ມີຜົນສຳເລັດຕາມລະດັບຄາດໝາຍເທື່ອລະກ້າວ.