ໃນຕອນເຊົ້າຂອງວັນທີ 12 ມິຖຸນາ 2020ນີ້ ທ່ານ ສຸພະໄຊບຸນຍົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະຈຳແຂວງ ສາລະວັນ ໃດ້ເປັນປະທານຈັດກອງປະຊຸມປະເມີນຄຶນການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ ພະແນກ ຊສ ປະຈຳແຂວງ, ໃນໄລຍະ 6 ເດືອນ ຕົ້ນປີ 2020 ເພື່ອຍົກໃຫ້ເຫັນຂອດດີທີຄວນເສີມຂະຫຍາຍ,ຂອດຄົງຄ້າງທີຕ້ອງໃດ້ປັບປຸງແກ້ໃຫ້ແທດເໝາະກັບລະບຽບການຫຼາຍຂຶ້ນ, ວຽກງານບໍການຜ່ານປະຕູດຽວ ພຊສ ສາລະວັນ

ປະກອບມີ ຫຼາຍກິດຈະກຳ,ໃນນັ້ນອັນທີ່ພົ້ນເດັ່ນແມ່ນວຽກງານຈົດທະບຽນການເຄື້ອນໃຫວສິດນຳໃຊ້ທີ່ດິນ,ການຂຶ້ນທະບຽນໃໝ່, ຈົດທະບຽນຊື້-ຂາຍ,ມອບໂອນ,ຊວດຈຳຕ່າງໆ,ທັງນີ້ກໍ່ເພື່ອເຮັດໃຫ້ວຽກງານບໍລິການຜ່ານປະຕູດຽວພະແນກ ຊສ ປະຈຳແຂວງ ສາລະວັນໃດ້ດຳເນີນໄປຢ່າງມີປະສິດທິຜົນ,ຕອບສະໜອງໃດ້ຄວາມຮຽກຮ້ອງຕ້ອງການຂອງສັງຄົມໃຫ້ດີຂຶ້ນເປັນກ້າວໆ.