ໃນຕອນເຊົ້າຂອງ ວັນທີ 19 ມິຖຸນາ 2020 ນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວວລ້ອມ ແຂວງສາລະວັນ ໄດ້ຈັດກອງປະຊຸມ ປຶກສາຫາລື ແລກປ່ຽນຄວາມຄິດເຫັນກ່ຽວກັບ ການຮ່າງແຜນຄຸ້ມຄອງແຫຼ່ງນ້ຳຫ້ວຍປາໄອ່ ມີພຶ້ນທີ່ຂຶ້ນກັບເມືອງສາລະວັນ ແລະ ສ່ວນໜຶ່ງຂອງເມືອງຕະໂອ້ຍ,ເປັນຕົ້ນແມ່ນເຂດຍອດນ້ຳ,ໃນນີ້ ບັນດາກິດຈະກຳຫຼັກ ທີ່ນຳມາແລກປຽນ ຄົ້ນຄ້ວາກ່ຽວກັບ ການຄຸ້ມຄອງແຫຼ່ງນ້ຳແຫ່ງດັ່ງກ່າວປະກອບມີ ຄວາມຮັບປະກັນໃນການຄຸ້ມຄອງນຳໃຊ້,ການອະນຸລັກ, ການຄຸ້ມຄອງສິ່ງແວດລ້ອມຕາມທິດສີຂຽວ ແລະ ຍຶນຍົງ,ການມີສ່ວນຮ່ວມຂອງບຸກຄົນ ນິຕິບຸກຄົນ,ການຈັດຕັ້ງທີ່ກ່ຽວຂ້ອງ ຕໍ່ກັບການພັດທະນາ,ການນຳໃຊ້,ການປົກປັກຮັກສາ ແຫຼ່ງນໍ້າຊັບພະຍາກອນນ້ຳ,ການຟຶ້ນຟູ ແລະ ຄວາມຮັບຜິດຊອບ ຜົນເສຍຫາຍຕໍ່ກັບແຫຼ່ງນ້ຳ,ຊັບພະຍາກອນນ້ຳ, ທັງນີ້ກໍ່ເພື່ອ ແນ່ໃສ່ຄຸ້ມຄອງປົກປັກຮັກແຫຼງນ້ຳ,ຊັັບພະຍາກອນນ້ຳ ໃຫ້ມີຄຸນນະທີດີ, ມີຄວາມຢຶນຍົງບໍບົກແຫ້ງ ແລະ ອຸດົມສົມບູນໃນທຸກໆດ້ານ ຕະຫຼອດໄປ,ກອງປະຊຸມໄດ້ດຳເນີນໄປ ເປັນເວລາໜຶ່ງວັນ ພາຍໃຕ້ການເປັນປະທານຂອງ ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກ ຊັບພະຍາກອນ ແລະ ສີ່ງແວດລ້ອມ ປະຈຳແຂວງສາລະວັນ, ນອກຈາກນັ້ນ ຍັງໄດ້ມີພະແນກການທີ່ກ່ຽວຂອ້ງ,ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງສາລະວັນ, ເມືອງຕະໂອຍ, ພ້ອມດ້ວຍ ຫ້ອງການທີ່ກ່ຽວຂ້ອງຂອງສອງເມືອງ ແລະ ຂະແໜງການທີ່ຂຶ້ນກັບ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມຢ່າງພ້ອມພຽງ.