Print

      ໃນຕອນເຊົ້າຂອງວັນທີ 23 ມິຖຸນາ 2020 ພຊສ ສາລະວັນ ໄດ້ຈັດກອງປະຊຸມການຈັດຕັ້ງປະຕິບັດວຽກງານເດືອນທີ 6 ແລະ ວາງແຜນການເດືອນຕໍ່ໜ້າປີ 2020 ຂື້ນ ທີ່ຫ້ອງປະຊຸມ ພຊສ, ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ຫົວໜ້າຂະແໜງ,ຮອງຫົວໜ້າຂະແໜງ ພ້ອມດ້ວຍວິຊາການທີ່ຮັບຜິດຊອບວຽກງານດັ່ງກ່າວເຂົ້າຮ່ວມທັງໜົດ 18 ທ່ານ,ຍິງ 6 ທ່ານ, ທີ່ປະຊຸມໄດ້ຮັບຟັງການລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານ ຂອງແຕ່ລະຂະແໜງການເພື່ອໃຫ້ທີ່ປະຊຸມໄດ້ຮັບຮູ້ ແລະ ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານຜ່ານມາ ກໍ່ຄືແຜນສືບຕໍ່ໃນເດື່ອນຕໍ່ໜ້າໃຫ້ໄດ້ຮັບຜົນສຳເລັດເປັນກ້າວໆ,

ຈາກນັ້ນ ກອງປະຊຸມກໍ່ໄດ້ເປີດກ້ວາງໃຫ້ ບັນດາຂະແໜງການທີ່ເຂົ້າຮ່ວມປະ ກອບຄຳເຫັນໃສ່ບົດສະຫຼຸບເດືອນ 6 ແລະ ແຜນການໃນເດືອນຕໍ່ໜ້າ ປີ 2020 ຢ່າງຕົງໄປຕົງມາ ໃນນັ້ນ,ວຽກງານທີ່ພົ້ນເດັ່ນແມ່ນວຽກງານທີ່ດິນ ເຊິ່ງໄດ້ພິສູດຫຼັກຖານອອກໃບຕາດິນທັງໜົດ 333 ຕອນ,ສ້າງຖານສຳມະໂນທີ່ດິນໄດ້ 2,080 ຕອນ,ສ້າງລາຍຮັບເຂົ້າງົບປະມານໄດ້ 89,247,000 ກີບ,ມາຮອດເວລາ 11:00 ໂມງ ຂອງວັນດຽວກັນກອງປະຊຸມກໍ່ໄດ້ປິດລົງຢ່າງຈົບງາມ.