Print

      ໃນຕອນເຊົ້າຂອງວັນທີ 24ມີຖຸນາ 2020ນີ້ ທ່ານສຸພະໄຊ ບຸນຍົງ ຮອງຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມການເຄື່ອນໄຫວຊຸກຍູ້ວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢູ່ເມືອງຕຸ້ມລານ ແຂວງສາລະວັນ ເພື່ອທົບທວນຄືນໝາກຜົນຂອງການຈັດຕັ້ງປະຕິບັດ ວຽກງານໃນໄລຍະຜ່ານມາເປັນຕົ້ນແມ່ນວຽກງານຄຸ້ມຄອງທີ່ດິນ,ວຽກຊັບພະຍາກອນນໍ້າອຸຕຸນິຍົມອຸທົກກະສາດ ແລະ ວຽກງານອື່ນໆ,

ຜ່ານການລົງເຄື່ອນໄຫວເຫັນໄດ້ຜົນງານດ້ານດີທີ່ຄວນເກັບຮັກສາເປັນບົດຮຽນ,ດ້ານອ່ອນຂໍ້ຄົງຄ້າງທີ່ຕ້ອງໄດ້ຮັບການປັບປຸງແກ້ໄຂເພື່ອເຮັດໃຫ້ການຈັດຕັ້ງຄຸມຄອງວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢູ່ຂັ້ນທ້ອງຖິ່ນ,ເວົ້າລວມເວົ້າສະເພາະກໍ່ຄືເມືອງຕຸ້ມລານໄດ້ມີບາດກ້າວໄໝ່ ແລະ ໄດ້ຮັບຜົນສຳເລັດເປັນກ້າວໆ.