ຕາມການລາຍງານຜົນຂອງການກໍ່ສ້າງຫ້ອງການຊສເມືອງເລົ່າງາມແຂວງສາລະວັນຕໍ່ຄະນະຊີ້ນຳໂຄງການຈາກກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນໃນ ຕອນເຊົ້າ ຂອງວັນທີ29ມິຖຸນາ2020ນີ້ໃຫ້ຮູ້ວ່າໂຄງການກໍ່ສ້າງຫ້ອງການຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມເມືອງເລົ່າງາມ,ແມ່ນ ໃດ້ ຈັດຕັ້ງປະຕິບັດມາແຕ່ທ້າຍເດືອນມີນາ2020ເປັນຕົ້ນມາ,ເຊີ່ງເປັນອາຄານຊັ້ນດຽວມີຂະໜາດກ້ວາງ15ແມັດ,ຍາວ20ແມັດ, ໂຄງຫຼັງ ຄາເຫຼັກ,ມຸງດ້ວຍກະເບື້ອງ,ຝາກໍ່ດ້ວຍດິນຈີ່,ມູນຄ່າສັນຍາລວມການກໍ່ສ້າງເຈັດຮ້ອຍລ້ານກ່ວາກີບ,ມາຮອດປະຈຸບັນແມ່ນໃດ້ກໍ່ສ້າງ ສຳ ເລັດແລ້ວ70ສ່ວນຮ້ອຍ,ໃນນັ້ນມີໜ້າວຽກພາກໂຄງສ້າງ,ວຽກກໍ່ຝາວຽກສາບແລະໂຄງຫຼັງຄາແມ່ນສຳເລັດແລ້ວເປັນສ່ວນໃຫ່ຍ ,

ສຳລັບ ໜ້າວຽກທີ່ຍັງສືບຕໍ່ແມ່ນໜ້າວຽກຕົບແຕງປະດັບສີແລະ ວຽກລະອຽດອຶ່ນໆຈຳນວນໜຶ່ງຄາດວ່າຜູ້ຮັບເໝົາກໍ່ສ້າງຈະສູ້ຊົ້ນໃຫ້ສຳເລັດ, ມອບຮັບໂຄງການດັ່ງກ່າວຕາມສັ້ນຍາທີ່ຮັບຮອງກັນໄວ້,ເປັນກຽດເຂົ້າຮ່ວມການຊຸກຍູ້ຕິດຕາມການກໍ່ສ້າງຫ້ອງການຊສເມືອງເລົ່າງາມຄັ້ງນີ້ມີທ່ານສົມພອນແສງສຸລິຈັນ ຮອງຫົວໜ້າພະແນກຊສປະຈຳແຂວງສາລະວັນ,ພ້ອມນັ້ນມີຄະນະທິມງານຕ່າງໜ້າກົມກອງທີ່ກ່ຽວຂ້ອງກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ,ພະນັກງານວິຊາການຈາກແຂວງແລະເມືອງເຂົ້າຮ່ວມຢ່າງພ້ອມພຽງ.