ໃນຕອນເຊົ້າຂອງວັາທີ 28 ກັນຍາ 2020 ນີ້ ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກ ຊັບພະຍາກອນທຳມະຊາດແລະສິ່ງ ແວດລ້ອມ ແຂວງສາລະວັນ ພ້ອມດ້ວຍພະນັກງານຂະແໜງການ ທີ່ກ່ຽວຂ້ອງເຂົ້າຮ່ວມ ປະເມີນການ ຈັດຕັ້ງປະຕິບັດວຽກງານ ອອກ ໃບຕາດິນຢູ່ເມືອງວາປີ ແຂວງສາລະວັນ,ສຳລັບ 9 ເດືອນ ຂອງປີ2020 ແມ່ນໄດ້ສຳຫຼວດວັດແທກຕອນດິນໄດ້ 448 ຕອນ,ອອກໃບ ຕາ ດິນ ໄດ້ 33 ຕອນ ,ທຽບໃສ່ແຜນການປີປະຕິບັດໄດ້ 25%,ວຽກງານສ້າງຖານສຳມະໂນຕອນດິນ ປະຕິໄດ້ 398 ຕອນ,ທຽບ ໃສ່ ແຜນ ການປີ ປະຕິບັດໄດ້ 21%,ວຽກງານສິ່ງແວດລ້ອມ ແລະ ການປຽນແປງດິນຟ້າອາກາດ ໄດ້ຕິດຕາມກວດກາ ສະຖານທີ່ສ້າງຕັ້ງ ກິດຈະການ,ໂຮງງານຕ່າງໆຂອງຜູ້ປະກອບການໃນທົ່ວເມືອງ ໄດ້ 81 ກິດຈະການ,ໄດ້ອອກໃບຢັ້ງຢຶນດ້ານສິ່ງແວດລ້ອມສຳເລັດແລ້ວ 30 ຫົວໜ່ວຍ ແລະ ໄດ້ປັບປຸງ ສະໜາມຖິ້ມຂີ່ເຫືຍອໄດ້ 2ຈຸດ ຄື ຈຸດບ້ານ ໂນນ ສະຫັວນ ເຂດເທດສະບານ ເນື້ອທີ 6821 ຕາ ແມັດ, ຈຸດພັດທະນາ ເຂດ ກຸ່ມ 5 ບ້ານ ນາສຽດ ເນື້ອທີ່ 01 ເຮັກຕາ, ເຊີ່ງບັນດາຕົວເລກທີ່ບັນດາເມືອງຈັດ ຕັ້ງປະຕິບັດ ໄດ້ໃນ ປີນີ້ຖ່າທຽບ ໃສ່ໄລຍະດຽວ ກັນ ຂອງຊຸມປີຜ່ານມາແມ່ນເຫັນວ່າປີນີ້ປະຕິບັດໄດ້ນ້ອຍກົ່ວປີຜ່ານມາ ທັງນີ້ກໍ່ຍ້ອນວ່າສະພາບ ການ ລະບາດຂອງ ພະຍາດໂຄວິດ ແລະໄດ້ຄຸມເຄືອກໍ່ໃຫ້ເກີດ ສະພາບອຶ້ນໆຕາມມາເຮັດໃຫ້ການຈັດ ຕັ້ງປະຕິບັດ ວຽກງານຫຼາຍ ຢ່າງມີ ຄວາມຊັກຊ້າ ບໍ່ບັນລຸຄາດໝາຍ ແລະ ເພື່ອ ທົດແທນເວລາທີ່ຂາດຫາຍ ໄປກັບບັນຫາຕ່າງໆທີ່ວ່າມາ ນັ້ນ,ທຸກຂະແໜງການຕ້ອງ ໄດ້ສືບຕໍ່ສຸມທຸກ ເຮື່ອ ແຮງສະຕິບັນຍາ ໃສ່ໜ້າວຽກໃນຄວາມຮັບພິຊອບໃຫ້ເພີ້ມທະວີຄູນຂຶ້ນ, ໃຫ້ສາມາດປັບປຸງແກ້ໄຂໄດ້ໃນອີກ 2-3ເດືອນທ້າຍປີ 2020 ນີ້ໃຫ້ມີຜົນ ສຳເລັດ ເປັນກ້າວໆ.