Print

ໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2020 ນີ້ທ່ານ ສຸພະໄຊ ບຸນຍົງຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງ ສາລະວັນ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມການເຄື່ອນໄຫວຊຸກຍູ້ວຽກງານ ຄຸ້ມຄອງຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມຢູ່ເມືອງຕະໂອ້ຍແຂວງສາລະວັນເພື່ອທົບທວນຄຶນໝາກຜົນ ຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະ ຜ່ານມາເປັນຕົ້ນ ແມ່ນວຽກງານຄຸ້ມຄອງທີ່ດິນ,ວຽກຊັບພະຍາກອນນ້ຳອຸຕຸນິຍົມອຸທົກກະສາດ,ວຽກງານສິ່ງ ແວດລ້ອມການປຽນແປງດິນຟ້າອາກາດ ແລະ ວຽກງານອຶ່ນໆ

ຜ່ານການລົງ ເຄື່ອນໃຫວເຫັນໄດ້ຜົນງານດ້ານ ດີທີ່ຄວນເກັບຮັກສາເປັນ ບົດຮຽນ,ດ້ານອ່ອນຂໍ້ຄົງ ຄ້າງທີຕ້ອງໄດ້ຮັບ ການ ປັບປຸງແກ້ໄຂເພື່ອເຮັດໃຫ້ການຈັດຕັ້ງຄຸ້ມຄອງວຽກງານຊັບພະຍາກອນ ທຳມະຊາດແລະສິ່ງແວດລ້ອມຢູ່ຂັ້ນທ້ອງຖິ່ນ ,ເວົ້າລວມເວົ້າ ສະ ເພາະກໍ່ຄືເມືອງຕະໂອ້ຍໄດ້ມີບາດກ້າວໄໝ່ແລະໄດ້ຮັບຜົນສຳເລັດຢ່າງມີປະສິດທິຜົນໃນທຸກໆໜ້າວຽກ.