Print

   ໃນລະຫ່ວາງວັນທີ1-2ກໍລະກົດ2020ນີ້ທ່ານສົມພອນແສງສຸລິຈັນ ຮອງຫົວໜ້າພະແນກຊັບ ພະຍາກອນ ທຳມະຊາດແລະສິ່ງແວດລ້ອມແຂວງສາລະວັນຮ່ວມກັບຂະແໜງການທີ່ກ່ຽວຂ້ອງຂອງພະແນກຊສ ປະຈຳແຂວງ ໄດ້ໄປເຄືອນໄຫວສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢູ່2ຕົວ ເມືອງຄືເມືອງລະຄອນເພັງແລະເມືອງສາລະວັນ,ສຳລັບໜ້າວຽກຫຼັກໃນການຊຸກຍູ້ແມ່ນເລັ່ງໃສ່ວຽກງານທີ່ດິນ ,ວຽກແຜນການ ,ວຽກງານການເງີນແລະວຽກງານສິ່ງແວດລ້ອມ

ເຊີ່ງທັງ2ເມືອງແມ່ນເປົ້າໝາຍໃນການຂະຫຍາຍ ເປັນເມືອງຢຸດທະສາດສີຂຽວກໍ່ຄືການຄຸ້ມຄອງຮັກສາດ້ານສິ່ງແວດລ້ອມໃຫ້ຍຶນຍົງແລະເປັນແບບຢ່າງທີ່ດີໃຫ້ກັບ ເມືອງອຶ່ນໆ,ເຊີ່ງໃນໄລຍະ6ເດຶອນຜ່ານມາ2ເມືອງດັ່ງກ່າວແມ່ນໄດ້ຈັດຕັ້ງປະຕິບັດບັນດາໜ້າວຽກສຳຄັນເປັນຕົ້ນ ແມ່ນວຽກທີ່ດິນ,ໄດ້ສຳຫຼວດວັດແທກອອກໃບຕາດິນໄດ້ທັງໝົດ1.190ຕອນ,ສ້າງຖານສຳມະໂນໄດ້1.100 ກ່ວາ ຕອນ,ວຽກງານຄຸ້ມຄອງສິ່ງແວດລ້ອມການປຽນແປງດິນຟ້າອາກາດແມ່ນໄດ້ເກັບກຳຂໍ້ມູນຫົວໜ່ວຍຜູ້ປະກອບການໃດ້ທັງໝົດເກືອບ 500 ຫົວໜ່ວຍ, ພ້ອມນີ້ໃດ້ເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ ເກືອບ 40 ລ້ານກີບ,ທັງນີ້ກໍ່ເພື່ອແນໃສ່ເຮັດໃຫ້ການຄຸ້ມຄອງວຽກງານຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມຢູ່ຂັ້ນທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງໜັກແໜ້ນຮັບປະກັນປະຕິບັດໄດ້ບັນດາຄາດໝາຍສຳຄັນທີ່ຂັ້ນເທີງວາງອອກໃຫ້ໄດ້ຮັບຜົນສຳເລັດເປັນກ້າວໆ