ໃນຕອນເຊົ້າຂອງວັນທີ6ກໍລະກົດ2020ນີ້ພະແນກຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມແຂວງສາລະວັນ ໃດ້ຈັດພິທີເຜີຍແຜ່ ເອກະສານຕ້ານ ແລະ ສະກັດກັ້ນການກະທຳຄວາມຜິດກ່ຽວກັບການຟອກເງິນເປັນຕົ້ນຄຳສັ່ງ ແນະນຳວ່າດ້ວຍການດຳເນີນຄະດີການ ຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ,ດຳລັດວ່າດ້ວຍ ຄວາມຮັບຜິດຊອບໃນການສະກັດກັ້ນ ການຟອກເງິນ ແລະການກໍ່ການຮ້າຍ

ໃຫ້ກັບພະນັກງານທີຢູ່ໃນຄວາມຮັບຜິດ ຊອບຂອງຕົນໄດ້ຮັບຮູ້ເຂົ້າໃຈຕໍ່ນິຕິກຳດັ່ງກ່າວ ແລະ ນຳໄປຜັນຂະຫຍາຍ ໃຫ້ທົ່ວສັງຄົມໄດ້ຮັບຮູ້ຢ່າງກ້ວາງຂວາງ ເພື່ອແນໃສ່ສະກັດກັ້ນປະກົດການຫໍ້ຍ ທໍ່ດັ່ງກ່າວແລະບໍໃຫ້ເກີດມີໃນທົ່ວ ສັງຄົມ,ເປັນກຽດເຜີຍ ແຜ່ເອກກະສານໃນ ຄັ້ງນີ້ມີທ່ານ ສຸພະໄຊ ບຸນຍົງ ຮອງເລຂາໜ່ວຍພັກ ພະແນກ ຊສ , ທ່ານ ສົມພອນແສງ ສຸລິຈັນ ຄະນະພັກ ຮອງຫົວ ໜ້າ ພະແນກ ຊສ ປະຈຳແຂວງ,ພ້ອມນັ້ນໄດ້ມີພະນັກງານສາມະຊິກພັກ,ພະນັກງານລັດຖະກອນ ແລະອາສາສະໝັກພາຍໃນພະ ແນກ ຊສ ເຂົ້າຮ່ວມ 40 ກ່ວາຄົນ.