ໃນຕອນເຊົ້າຂອງວັນທີ6ກໍລະກົດ2020ນີ້ພະແນກຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມແຂວງສາລະວັນ ໃດ້ຈັດພິທີເຜີຍແຜ່ ເອກະສານຕ້ານ ແລະ ສະກັດກັ້ນການກະທຳຄວາມຜິດກ່ຽວກັບການຟອກເງິນ ເປັນຕົ້ນຄຳສັ່ງແນະນຳວ່າດ້ວຍການ ດຳເນີນຄະດີການ ຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ,ດຳລັດວ່າດ້ວຍ ຄວາມຮັບຜິດຊອບໃນການສະກັດກັ້ນ ການຟອກເງິນ ແລະການ ກໍ່ການຮ້າຍ

ໃຫ້ກັບພະນັກງານທີຢູ່ໃນຄວາມຮັບຜິດ ຊອບຂອງຕົນໄດ້ຮັບຮູ້ເຂົ້າໃຈຕໍ່ນິຕິກຳດັ່ງກ່າວ ແລະ ນຳໄປຜັນຂະຫຍາຍ ໃຫ້ທົ່ວສັງຄົມໄດ້ຮັບຮູ້ຢ່າງກ້ວາງຂວາງ ເພື່ອແນໃສ່ສະກັດກັ້ນປະກົດການຫໍ້ຍທໍ່ດັ່ງ ກ່າວແລະບໍໃຫ້ເກີດມີໃນທົ່ວສັງຄົມ ,ເປັນກຽດ ເຜີຍ ແຜ່ເອກກະສານໃນ ຄັ້ງນີ້ມີທ່ານ ສຸພະໄຊ ບຸນຍົງ ຮອງເລຂາໜ່ວຍພັກ ພະແນກ ຊສ , ທ່ານ ສົມພອນແສງ ສຸລິຈັນ ຄະນະພັກ ຮອງຫົວໜ້າພະແນກ ຊສ ປະຈຳແຂວງ,ພ້ອມນັ້ນໄດ້ມີພະນັກງານສາມະຊິກພັກ,ພະນັກງານລັດຖະກອນ ແລະອາສາສະໝັກພາຍໃນພະ ແນກ ຊສ ເຂົ້າຮ່ວມ 40ກ່ວາຄົນ.