ໃນຕອນບາຍຂອງວັນທີ13ກໍລະກົດ2020 ນີ້ຢູ່ທີພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມແຂວງສາ ລະວັນໄດ້ຈັດ ປະຊຸມປະ ເມີນການຈັດຕັ້ງປະຕິບັດວຽກງານໄລຍະ7 ເດຶອນຕົ້ນປີ 2020ຂຶ້ນ ,ພາຍໄຕ້ການເປັນປະ ທານຂອງທ່ານ ສັກດາ ແກ້ວດວງສີ ຮັກສາການ ຫົວໜ້າພະແນກຊສແຂວງສາລະວັນ,ພ້ອມນັ້ນໄດ້ມີຄະນະພະແນກ,ຫົວໜ້າຂະແໜງ ຮອງຂະແໜງ ພະນັກງານວິຊາການ ເຂົ້າຮ່ວມຢ່າງ ພ້ອມພຽງ,ທີ່ປະຊຸມໄດ້ຮັບຟັງການລາຍງານຜົນຂອງການຈັດຕັ້ງເຄື່ອນໄຫວວຽກງານໃນໄລຍະ 7 ເດືອນຜ່ານມາ

ເພື່ອປະເມີນຄຶນໝາກຜົນຜົນງານການປະຕິບັດ ວຽກງານຂອງຂະແໜງການທີ່ຂຶ້ນກັບພະແນກ ,ໄນນັ້ນວຽກງານທີພົ້ນເດັ່ນແມ່ນວຽກງານທີດິນ ,ວຽກງານລາຍຮັບ ແລະວຽກອຶ່ນໆຈຳນວນໜຶ່ງເຊີ່ງມາຮອດປະຈຸບັນສ້າງຖານສຳມະໂນໄດ້ເກືອບ 5 ພັນຕອນ,ສຳຫຼວດວັດແທກໄດ້ 1796 ຕອນພິສູດຫຼັກຖານອອກໃບຕາດິນໄດ້704ຕອນ,ເກັບລາຍຮັບໃດ້348.346.000ກີບ.ສຳລັບແຜນສຶບຕໍ່ໄນ ຊຸມເດືອນຕໍ່ໜ້າແມ່ນຈະສູ້ຊົນພິສູດຫຼັກຖານອອກໃບຕາດິນໃຫ້ໄດ້ 13.464ຕອນ,ສ້າງຖານສຳມະໂນຕອນດິນໃຫ້ ໄດ້25.003ຕອນ,ຈົດທະບຽນນິຕິກຳກ່ຽວກັບທີ່ດິນໃຫ້ໄດ້3.261ຕອນ,ສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 325.217.000ກີບທັງນີ້ ກໍ່ເພື່ອແນໃສ່ເຮັດໃຫ້ຄາດໜາຍຕ່າງໆຂອງວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມໃນທົ່ວແຂວງສາລະວັນກໍ່ຄືໃນທົ່ວປະເທດໃຫ້ໄດ້ຮັບການປັບປຸງພັດທະນາດີຂຶ້ນສາມາດຮັກສາໄດ້ຄາດໝາຍລວມຂອງຊາດຕໍ່ກັບການປົກປັກຮັກສາສະພາບແວດລ້ອມທີດີແລະຍຶນຍົງຕະຫຼອດໄປ.