ໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2020 ນີ້ 3ອົງການຈັດຕັ້ງມະຫາຊໍົນພະແນກຊັບ ພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງ ສາລະວັນ,ເຊີ່ງປະກອບມີອົງການຈັດຕັ້ງກຳມະບານ , ອົງການຈັດຕັ້ງຊາວໜຸ່ມແລະອົງການຈັດຕັ້ງແມ່ຍິງຈຳນວນ 40ກົ່ວຄົນ,ໄດ້ສາມະຄີ ກັນອອກແຮງານອະນາໄມເກັບມຽນສິ່ງເສດເຫຼືອລໍ້ລຽບແຄມທາງໃນເທດສະບານເມືອງແລະແຂວງສາລະວັນເຊີ່ງລວມໄລຍະທາງເກືອບ2ກິ ໂລແມັດ

,  ຈຸດປະສົງຂອງການອອກແຮງງານ ຄັ້ງນີ້ ແມ່ນເພື່ອ ຮັກສາອະນາໄມ ເກັບມຽນສິງເສດເຫຼືອ ຂີເຫືຍອ ກະໂປະ ກະປອງ ຕ່າງໆ ທີເປັນ ບ່ອນພັກອາໃສຂອງຍູງ ແລະສັດມີພິດປະເພດຕ່າງໆໃຫ້ໝົດໄປ,ພ້ອມນີ້ ກໍ່ເພື່ອສ້າງຂະບວນການ ຕອນຮັບ ວັນສຳຄັນ ຕ່າງໆ ຂອງ ຊາດ ຂອງພັກ ເປັນຕົ້ນແມ່ນວັນວ້າງຕັ້ງສະຫາ ພັນແມ່ຍິງລາວ ແລະ ທັງເປັນການ ສ້າງຂະບວນ ການຄຳນັບ ຮັບຕ້ອນກອງ ປະຊຸມໃຫ່ຍ ຄັ້ງທີ IX ຂອງອົງຄະນະພັກແຂວງ ສາລະວັນທີ່ຈະໄດ້ໄຂຂຶ້ນໃນມໍ່ໆນີ້.