ໃນຕອນເຊົ້າຂອງວັນທີ16ກໍລະກົດ2020ນີ້ຢູ່ທີ່ຫ້ອງປະຊຸມພັດທະຄານສິນສະໄໝ,ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງ ສາລະວັນ ໄດ້ຈັດກອງປະຊຸມ,ເພື່ອຮັບຮອງວຽກງານຈັດສັນທີ່ດິນ  ,ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແບບ ຮອບດ້ານຂອງແຂວງສາລະວັນຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ວິຊຽນນະວິກຸນຮອງເຈົ້າແຂວງ ສາລະວັນ ຜູ້ຊີ້ນຳວຽກງານ ເສດ ຖະກິດ

ພ້ອມນີ້ໄດ້ມີຫົວໜ້າພະແນກການອ້ອມ ຂ້າງແຂວງ ,ທ່ານເຈົ້າເມືອງ ,ຮອງເຈົ້າເມືອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ,8 ເມືອງພ້ອມດ້ວຍພະນັກງານວິຊາການທັງ ແຂວງ,ແລະເມືອງເຂົ້າຮ່ວມ73ທ່ານ,ຍິງ11ທ່ານ,ທີ່ປະຊຸມໄດ້ຮັບຟັງ ການຜ່ານແຜນການຈັດສັນທີ່ດິນ,ຄຸ້ມຄອງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມແບບຮອບດ້ານໂດຍເລັງໃສ່ການຄຸ້ມຄອງນຳໃຊ້ທີ່ດິນ8ປະເພດເຂົ້າໃນການພັດທະນາເສດຖະກິດສັງຄົມຂອງ ແຂວງສາລະວັນ ,ເປັນ ຕົ້ນແມ່ນດິນກະສີກຳ ,ດິນປຸກສ້າງ, ດິນວັດທະນາທຳ, ດິນປກຊ-ປກສ,ດິນປ່າໄມ້,ທີດິນອຸດສາຫະກຳ,ດິນ ໂຍທາທິການ-ຂົນສົ່ງແລະດິນບໍລິເວນນ້ຳເຊີ່ງລວມເນື້ອທັງໝົດມີ1.069.100ເຮັກຕາ,ໃນນັ້ນເດັ່ນກວ່າໝູ່ ແມ່ນ ເນື້ອທີດິນປ່າໄມ້ລວມມີ 640.656ເຮັກຕາ ແລະ ເນື້ອທີ່ດິນກະສີກຳລວມມີ 377.409ເຮັກຕາ.ທັງນ໋ີ້ກໍ່ເພື່ອແນໃສ່ ການພັດທະນາທີ່ດິນແຕ່ລະເຂດແຕ່ລະປະເພດໄປຄຽງຄູ່ກັບການປົກຮັກສາພັດທະນາດ້ານສິ່ງແວດລ້ອມ ແບບ ຍຶນຍົງໄປຄວບຄູ່ກັນໃຫ້ຮັກສາໄດ້ຄວາມອຸດົມສົມບູນທາງທຳມະຊາດແລະ,ແກ້ໄຂໄດ້ບັນຫາປະກົດການຫໍ້ຍທໍ່ ທາງດ້ານສິ່ງແວດລ້ອມ.