ໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2020 ນີ້3ອົງການຈັດຕັ້ງມະຫາຊໍົນພະແນກຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມ ແຂວງ ສາລະວັນ, ເຊີ່ງປະກອບມີອົງການຈັດຕັ້ງກຳມະບານ, ອົງການຈັດຕັ້ງຊາວໜຸ່ມ ແລະ ອົງການຈັດຕັ້ງແມ່ຍິງຈຳນວນ 40 ກົ່ວຄົນ,ໄດ້ ສາ ມະຄີກັນອອກແຮງານອະນາໄມເກັບມຽນສິ່ງເສດເຫຼືອລໍ້ລຽບແຄມທາງ ,ເຂດຊຸມຊົນຕະຫຼາດໃນເທດສະບານເມືອງ ແລະແຂວງ ສາລະວັນ ເຊີ່ງລວມໄລຍະທາງເກືອບ1ກິໂລແມັດ,ຈຸດປະສົງຂອງການອອກແຮງງານຄັ້ງນີ້ແມ່ນເພື່ອຮັກສາອະນາໄມເກັບມຽນ ສິ່ງເສດເຫຼືອ ຂີ້ເຫືຍອ ກະໂປະກະປອງຕ່າງໆທີເປັນບ່ອນພັກອາໃສຂອງຍູງແລະສັດມີພິດປະເພດຕ່າງໆໃຫ້ໝົດໄປ,ພ້ອມນີ້ກໍ່ເພື່ອສ້າງຂະບວນການຕອນຮັບວັນ ສຳຄັນຕ່າງໆຂອງຊາດຂອງພັກ ເປັນຕົ້ນແມ່ນວັນວ້າງຕັ້ງສະຫາພັນແມ່ຍິງລາວ  ແລະ ທັງ ເປັນການສ້າງຂະບວນການຄຳນັບຮັບຕ້ອນ ກອງປະຊຸມໃຫ່ຍຄັ້ງທີ IX ຂອງອົງຄະນະພັກ ແຂວງ ສາລະວັນ ທີ່ຈະໄຂຂຶ້ນໃນມໍ່ໆນີ້ໃຫ້ ມີ ຄວາມໝາຍສຳຄັນຢ່າງ ເລີກເຊີ່ງແລະ ເປັນຂະ ບວນຟົດຟຶ້ນ.