Print

ໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2020ນີ້ທ່ານສົມມາດພົນເສນາລັດຖະມົນຕີກະຊວງຊັບພະ ຍາກອນທຳມະຊາດແລະ ສິ່ງແວດລ້ອມ ພ້ອມທິມງານໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ  ,ເຊີ່ງພິທີຕອນຮັບໄດ້ຈັດຂຶ້ນທີ່ຫ້ອງ ປະຊຸມພະແນກ ຊັບພະ ຍາກອນທຳມະຊາດແລະສິ່ງແວດລ້ອມປະຈຳແຂວງສາລະວັນໂດຍແມ່ນທ່ານສັກດາແກ້ວດວງສີຮັກສາການຫົວໜ້າພະແນກ ຊສປະຈຳ ແຂວງ,ພ້ອມດ້ວຍຄະນະໄດ້ເປັນກຽດຕ້ອນຮັບ,ພ້ອມນັ້ນໄດ້ມີຫົວໜ້າຂະແໜງ,ຮອງຂະແໜງ,ຫົວໜ້າຫ້ອງການຊັບພະຍາກອນ ທຳມະ ຊາດແລະສິ່ງແວດລ້ອມບັນດາເມືອງອ້ອມຂ້າງແຂວງ,ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມເກືອບ30ຄົນ, ພິທີ ໄດ້ຮັບຟັງການລາຍ ງານ ຜົນຂອງການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃນ ໄລຍະຜ່ານມາ ເຊີ່ງໄດ້ຍົກໃຫ້ເຫັນ ຈຸດດີຈຸດອ່ອນ ,ບັນຫາທີ່ຫຸ້ຍງຍາກຕ່າງໆໃນການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະວຽກງານທີ່ດິນ ເປັນວຽກງານໜຶ່ງທີ່ໄດ້ຮັບ ການ ຈັດຕັ້ງປະຕິບັດຢ່າງມີຜົນສຳເລັດຕາມລະດັບຄາດໝາຍໃນຊຸມປີຜ່ານມາ ,ສຳລັບປີ2020 ນີ້ແມ່ນ ມີຄາດໝາຍສູ້ຊົນໃຫ່້ບັນລຸໄດ້10ພັນ ຕອນ ,ເຊີ່ງມາຮອດປະຈຸບັນສາມາດຈັດຕັ້ງປະຕິບັດ ໄດ້ເກືອບ1ພັນຕອນ ,ວຽກງານ ສ້າງຖານ ສຳມະໂນຕອນດິນ30ພັນຕອນ ປະຕິບັດ ໄດ້ເກືອບ5ພັນຕອນ,ນອກນັ້ນວຽກງານອຶ່ນໆແມ່ນໄດ້ສຶບຕໍ່ເຄື່ອນໄຫວຢ່າງ ເປັນປົກກະຕິ , ພ້ອມດຽວກັນນີ້ ມາໃນຕອນ ທ້າຍພິທີ ທ່ານ ລັດຖະມົນຕີແມ່ນໄດ້ເປັນຫ່ວງບັນຫາໃບຕາດິນຕົກຄ້າງ ແລະ ໄດ້ໃຫ້ທິດທາງແນະນຳໃຫ້ ແຂວງສາລະວັນສືບຕໍ່ເອົາໃຈໃສ່ ແກ້ໄຂບັນຫາ ຕອນດິນຕົກຄ້າງໃນທົ່ວແຂວງ,ສັງລວມຂໍ້ມູນຄຶນເພື່ອນຳສະເໜີຂັ້ນເທີງຄົ້ນຄວ້າດ້ານນະໂຍບາຍໃຫ້ແກ່ເຈົ້າຂອງຕອນດິນໃຫ້ໄດ້ຖືຄອງສິດຂອງຕົນຕາມລະບຽບກົດໝາຍ ,ທັງນີ້ກໍ່ເພື່ອ ແນໃສ່ເຮັດໃຫ້ ວຽກງານອອກໃບຕາດິນໄດ້ບັນລຸລະດັບຄາດໝາຍເປັນກ້າວໆ  ແລະສາມາດແກ້ໄຂໄດ້ນະ  ໂຍບາຍຂອງພາກ ລັດທີ່ມີຕໍ່ສັງຄົມໃຫ້ດີຂຶ້ນເປັນກ້າວໆ.