ໃນຕອນເຊົ້າຂອງວັນທີ30ກໍລະກົດ2020ນີ້ທ່ານສັກດາແກ້ວດວງສີຮັກສາການຫົວໜ້າພະແນກຊັບພະຍາກອນທຳມະ ຊາດແລະ ສິ່ງແວດລ້ອມແຂວງ ສາລະວັນໄດ້ຮຽກເຊີນຂະແໜງການອ້ອມຂ້າງພະແນກເຂົ້າຈຳນວນ15ສະຫາຍຍິງ4 ສະຫາຍ ,ເພື່ອປຶກສາ ຫາລືກະກຽມກອງປະຊຸມທາງໄກຮ່ວມກັບບັນດາເມືອງທົບທວນຜົນຂອງການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມໃນໄລຍະ7ເດືອນຜ່ານມາແລະວາງແຜນການຈັດຕັ້ງປະຕິບັດວຽກງານ5 ເດືອນຕໍ່ໜ້າໃຫ້ມີຜົນສຳເລັດ ແລະໃດ້ຮັບປະສິດທິຜົນຕາມລະດັບຄາດໝາຍທີ່ວາງໄວ້,ພ້ອມນີ້ທີ່ປະຊຸມໄດ້ເປັນເອກກະພາບກັນມອບໃຫ້ຂະແໜງການທີ່ຂຶ້ນກັບພະແນກຊສສືບຕໍ່ປະສານຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງໃນທົ່ວແຂວງ,ກ່ຽວກັບໝາກຜົນໆງານ7ເດືອນຜ່ານມາ

ຊອກໃຫ້ເຫັນອັນທີ່ພົ້ນເດັນ,ອັນທີປະສົບຜົນສຳເລັດ,ອັນທີ່ຄ້າງຄາ,ບັນຫາທີພາໃຫ້ຄ້າງຄາແລະຊອກຊ່ອງທາງແກ້ໄຂຮ່ວມກັນ,ທັງນີ້ກໍ່ເພື່ອແນໃສແກ້ບັນດາໜ້າວຽກທີບໍ່ສາມາດບັນລຸຄາດໝາຍຕາມແຜນການທີ່ວາງໄວ້,ເປັນຕົ້ນແມ່ນຖານຂໍມູນດ້ານສິ່ງແວດລ້ອມຂອງແຕລະເມືອງ,ຖານຂໍ້ມູນດ້ານທີດິນ,ການອອກໃບຕາດິນທີ່ບໍບັນລຸຄາດໝາຍແລະວຽກງານອຶ່ນໆໃຫ້ເຫັນໄດ້ປະເດັນທີ່ຈະຕ້ອງແກ້ໄຂໃນ5ເດຶອນທ້າຍປີ2020 ແລະເຮັດໃຫ້ການຄຸ້ມຄອງວຽກງານຊັບພະຍາ ກອນທຳມະຊາດແລະສິ່ງແວດລ້ອມໃນທົວ ແຂວງ,ມີບາດກ້າວຂະຫຍາຍຕົວດີຂຶ້ນເປັນກ້າວໆ.