ໃນລະຫ່ວາງວັນທີ3-4ສິງຫາ2020ນີ້ທ່ານສັກດາແກ້ວດວງສີຮັກສາການຫົວໜ້າພະແນກຊັບພະຍາກອນທຳມະຊາດແລະສິ່ງແວດ ລ້ອມ ແຂວງສາລະວັນໄດ້ໄປເຄື່ອນໄຫວຊຸກຍູ້ວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມຢູ່ບັນດາເມືອງພູດອຍເປັນຕົ້ນແມ່ນເມືອງຕຸ້ມລານ ,ເມືອງຕະໂອ້ຍ ແລະ ເມືອງສະໝ້ວຍເຊີ່ງນອນຢູ່ໃນເມືອງທຸກຢາກຂອງແຂວງການຈັດຕັ້ງເຄື່ອນໃຫວ ວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມບັນດາເມືອງ ດັ່ງກາວຍັງປະຕິບັດແຜນຄາດໝາຍສູ້ຊົນບໍ່ໃດ້ດີເທົ້າ ທີ່ຄວນ, ດັ່ງນັ້ນເພື່ອເຮັດໃຫ້ບັນດາຄາດໝາຍຕ່າງໆຂອງວຽກຄຸ້ມຄອງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມຢູ່ບັນດາເມືອງ ໄດ້ມີການເຄື່ອນໄຫວຢ່າງມີປະສິດທິຜົນສູງໃນໄລຍະ5ເດືອນທ້າຍປີ 2020 ນີ້

ແມ່ນໃຫ້ສືບຕໍ່ປັບປຸງແຜນກິດຈະກຳຂອງແຕ່ລະໜ້າວຽກຄຶນໃໝ່ເປັນຕົ້ນແມ່ນວຽກງານອອກໃບຕາດິນ ,ສ້າງຖານສຳມະໂນ ແລະວຽກງານອຶ່ນໆແມ່ນໃຫ້ສືບ ຕໍ່ປະສານງານ ຢ່າງ ກົມ ກຽວກັບອຳນາດການປົກຄອງທ້ອງຖິ່ນ,ບ້ານ,ເຈົ້າຂອງສິດນຳໃຊ້ທີ່ດິນ,ຊີ້ແຈ່ງລະອຽດດ້ານລະບຽບການ,ວຽກງານຈັດຫານ້ຳດື່ມ,ນ້ຳໃຊ້ທີ່ສະອາດແມ່ນສືບຕໍ່ເກັບກຳຂໍ້ມູນຈຳນວນບ້ານ, ຄອບຄົວ,ປະຊາກອນເພື່ອສະ ໜອງໃຫ້ຂະແໜງ ການທີ່ ກ່ຽວຂ້ອງ ຈັດຫາ ແຫຼງທຶນມາຮັບໃຊ້ໂຄງການຈັດຫານ້ຳທີ່ສະອາດໃຫ້ບັນດາປະຊາກອນເມືອງດັ່ງກ່າວ ໃດ້ຊົມໃຊ້ຢ້າງທົ່ວເຖີງ, ທັງນີ້ກໍ ເພື່ອ ແນໃສ ແກ້ໄຂຄວາມທຸກຢາກຂອງປະຊາຊົນບັນດາເຜົ່າໃຫ້ມີຄວາມຢູ່ດີກິນດີ,ມີສຸກຂະພາບດີມີທ່າແຮງສ້າງເສດຖະກິດໃຫ້ຊິວິດການເປັນຢູ່ດີ,ສັງຄົມດີມີຄວາມສະຫົງບປອດໄພດີ.