ໃນລະຫວາງວັນທີ4-5ສິງຫາ2020ນີ້ ພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມປະ ຈຳແຂວງສາລະວັນ ຮ່ວມກັບ ຫ້ອງການ ຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມເມືອງ 8 ຕົວເມືອງຈັດປະຊຸມປະ ເມີນຄຶນການຈັດ ຕັ້ງປະຕິບັດວຽກ ງານ ຄຸ້ມຄອງຊັບ ພະ ຍາ ກອນທຳມະຊາດແລະສິ່ງແວດລ້ອມໃນໄລຍະ7ເດືອນຜ່ານມາໂດຍຜ່ານ ລະບົບວິດີໂອຄອນ ຟີຣເລນ, ພາຍໄຕ້ ການເປັນ ປະທານ ຂອງທ່ານສັກດາ ແກ້ວດວງສີຮັກສາການຫົວໜ້າພະແນກ ຊສ ປະຈຳແຂວງສາລະວັນພ້ອມດ້ວຍຄະນະ,ພ້ອມ ນີ້ ໄດ້ມີຫົວຂະແໜງ ,ຫົວໜ້າຫ້ອງການ ຊສ 8ເມືອງເຂົ້າຮ່ວມຢ່າງພ້ອມພຽງ,ທີ່ປະຊຸມໄດ້ຮັບຟັງການ ລາຍງານຜົນຂອງການ ຈັດຕັ້ງປະຕິບັດ ວຽກງານ ໄລ ຍະ7ເດືອນຜ່ານມາ

ຈາກບັນດາເມືອງເຊີ່ງໄດ້ຍົກໃຫ້ເຫັນວຽກງານທີ່ພົ້ນເດັ່ນແລະຂໍຄົງຄ້າງຈຳນວນໜຶ່ງທີ່ຕ້ອງໄດ້ປັບປຸງແກ້ໄຂໃຫ້ສຳເລັດຕາມແຜນການທີ່ກຳນົດໄວໃນ 5ເດືອນຕໍ່ໜ້າໃນນີ້ວຽກງານຄຸ້ມຄອງທີດິນ ,ອອກໃບຕາດິນໄດ້ເກືອບ 1ພັນຕອນທຽບໃສ່ແຜນການປະຕິບັດໄດ້ 10ກ່ວາສ່ວນຮ້ອຍ,ວຽກ ງານສ້າງຖານສຳມະໂນປະຕິບັດໄດ້ເກືອບ5ພັນຕອນທຽບໃສ່ແຜນການປະຕິບັດໄດ້ເກືອບ10ສ່ວນຮ້ອຍ ,ວຽກງານຄຸ້ມຄອງສິ່ງແວດ ລ້ອມ ແມ່ນສືບຕໍ່ເກັບກຳຖານຂໍ້ມູນຜູ້ປະກອບການໃນທົ່ວແຂວງໃຫ້ສຳເລັດແລະເຮັດການໂຄສະນາປຸກຈິດສຳນຶກໃຫ້ກັບຊຸມຊົນໃນທົ່ວສັງຄົມໃຫ້ມີສະຕິໃນການຖິມຂີ້ເຫືຍອ,ສິ່ງເສດເຫຼືອໃຫ້ຖຶກວິທີເປັນຕົ້ນການແຍກຂີ້ເຫື້ຍອກ່ອນຖິມ,ການກຳຈັດຂີ້ເຫື້ຍອທີ່ຖືກວິທີເພື່ອຫຼຸດຜ່ອນບັນຫາຂີ້ເຫື່ຍອລົ້ນເມືອງ,ມົນລະພິດທາງບົກ,ທາງນ້ຳ,ທາງອາກາດ, ພ້ອມດຽວກັນນີ້ ທີ່ ປະ ຊຸມໄດ້ເປັນເອກະພາບກັນສືບຕໍ່ຈັດຕັ້ງປະຕິບັດຄາດໝາຍສູ້ຊົນແຜນການປີ2020ໃນ5ເດືອນທ້າຍປີນີ້ໃຫ້ມີຜົນ ສຳເລັດຕາມ ລະະດັບ ຄາດໝາຍທີກຳນົດໄວ.