ໃນຕອນເຊົ້າຂອງວັນທີ 14 ສິ່ງຫາ 2020 ນີ້ ຢູ່ທີ່ພະແນກ ຊັບພະຍາກອນ ທຳມະຊາດ ແລະ  ສິ່ງແວດລ້ອມ ແຂວງສາລະວັນ ໄດ້ດຳ ເນີນກອງປະຊຸມເລື່ອນສໍາມາຊິກພັກສຳຮອງຂື້ນສົມບູນຈຳນວນ7ສະຫາຍ ໃນນັ້ນຍິງ 4ສະຫາຍ ໂດຍເປັນກຽດເຂົ້າຮ່ວມຂອງທ່ານສັກດາ ແກ້ວດວງສີ  ເລຂາໜ່ວຍພັກ ຮັກສາການພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ມີພະນັກງານສຳມະຊິກພັກ ສົມບູນ ແລະ ສຳຮອງ ພາຍໃນພະແນກ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຈຳນວນ39ຄົນ

,ຕະຫຼອດໄລ່ຍະຜ່ານມາ ສໍາມະຊິກພັກສໍາຮອງ ທີ່ ໄດ້ເລື່ອນຂື້ນເປັນສຳມະຊິກພັກສົມບູນທັງ 7ສະຫາຍນີ້ ໄດ້ຕັ້ງໜ້າຝືກຜົນຫຼໍ່ຫຼອມ ຕົນເອງໃນດ້ານຄວາມຮູ້ ຄວາມສາມາດກໍຄືດ້ານ ແນວ ຄິດການຈັດຕັ້ງ,ມີທັດສະນຫຼັກໝັ້ນ,ຄຸນທາດການເມືອງໜັກແໜ້ນ,ຄຸນສົມບັດສິນທຳ ປະຕິວັດ,ມີແບບແຜນ ດຳລົງຊິວິດທີ່ປອດ ຂາວ ສະ ອາດບໍລິສຸດສັດຊື່ຕໍ່ໜ້າທີ່ວຽກງານ ແລະ ເຮັດຫຼອນໜ້າທີ່ຕາມການຈັດຕັ້ງມອບໝາຍໃຫ້, ດັ່ງນັ້ນ ຈິ່ງໄດ້ເລື່ອນສໍາມະຊິກສຳຮອງທັງ 7ສະຫາຍ ນີ້ຂື້ນເປັນສຳມະຊິກພັກສົມບູນຕາມລະບຽບຂອງພັກ ປະຊາຊົນປະຕິວັດລາວທີ່ວາງອອກຢ່າງເປັນ ທາງການ,ພ້ອມ ນັ້ນຜູ້ເຂົ້າ ຮ່ວມກໍ່ໄດ້ຮັບຟັງການຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະນຳຫົວໜ້າຂະແໜງ, ຮອງຂະແໜງ ແລະ ວິຊາການ  ລົງເຄື່ອນໄຫວ ຕິດຕາມວຽກ ງານຮອບດ້ານຢູ່ບັນດາ ເມືອງ ແລະ ຕອນທ້າຍກໍ່ໄດ້ຮັບຟັງຄຳໂອລົມຊີທິດແນວທາງ ຈາກທ່ານເລຂາໜ່ວຍພັກ ຮັກສາການຫົວ ໜ້າພະ ແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງເປັນຕົ້້ນແມ່ນກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີX ແລະ ໃຫ້ຄວາມໝາຍຄວາມສຳຄັນກັບສັນຍາລັກທຸງຊາດ,ທຸງພັກ.