ໃນຕອນເຊົ້າຂອງວັນທີ21ສິງຫາ2020ນີ້ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງສາລະວັນ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານປະຈຳເດືອນສິງຫາ2020ຂຶ້ນ,ພາຍໄຕ້ການເປັນປະທານຂອງທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ສາລະວັນ

,ຜູ້ເຂົ້າຮ່ວມແມ່ນມີຄະພະແນກ,ຫົວໜ້າຂະແໜງຮອງຂະ ແໜງພ້ອມດ້ວຍວິຊາການເຂົ້າຮ່ວມຢ່າງພ້ອມພຽງ,ທີປະຊຸມໄດ້ຮັບຟັງການລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະ1ເດືອນຜ່ານມາເຊີ່ງໄດ້ຍົກໃຫ້ເຫັນວຽກງານທີ່ພົ້ນເດັ່ນຫຼາຍດ້ານຕໍ່ກັບການຄຸ້ມຄອງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ,ໃນນັ້ນວຽກງານທີ່ດິນເປັນວຽກໜຶ່ງທີ່ໄດ້ຈັດຕັ້ງປະຕິບັດຕົວເລກຄາດໝາຍໄດ້ໃນເດືອນສິງຫາແມ່ນໄດ້ສຳຫຼວດວັດແທກຕອນດິນໄດ້998 ຕອນ,ໄດ້ແຈກຢາຍໃບຕາດິນສຳເລັດ335ຕອນ,ສຳຫຼວດອອກໃບຕາດິນລັດສຳເລັດ30ໂຄງການ,ວຽກງານອຸຕຸນິຍົມອຸທົກກະສາດ ສັ້ງ ລວມປະລິມານນ້ຳຝົນໄດ້779,5ມິນລິແມັດ,ວັນຝົນຕົກ89ວັນ,ທຽບໃສປີຜ່ານມາແມ່ນຫຼຸດປີຜ່ານມາ1.289,8ມິນລິແມັດ, ວັນຝົນ ຕົກ ຫຼຸດປີຜ່ານມາ 9 ວັນ, ວຽກສິ່ງແວດລ້ອມ -ການປຽນແປງດິນຟ້າອາກາດ,ສຳເລັດການຄົ້ນຄ້ວາປະກອບຄຳເຫັນ,ເຂົ້າຮ່ວມການປະເມີນ ສະຖານທີ່ການລົງທຶນ ,ການແກ້ໄຂບັນຫາສິ່ງແວດລ້ອມສັງຄົມຕ່າງໆ ໃຫ້ມີຄວາມເປັນເອກະພາບ,ມີຜົນກະທົບໜ້ອຍຕໍ່ສິ່ງແວດລ້ອມ ສັງຄົມ,ພ້ອມນີ້ວຽກງານອຶ່ນໆແມ່ນສືບຕໍ່ຈັດຕັ້ງປະຕິບັດປະຢ່າງມີປະສິດທິຜົນສູງ.