Print

ໃນຕອນເຊົ້າຂອງວັນທີ28ສິງຫາ2020ນີ້ພະແນກຊັບພະຍາກອນທຳມະຊາດແລະສິ່ງ ແວດລ້ອມແຂວງສາລະວັນ ໄດຈັດພິທີປະ ຖາກະຖາ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງ ສາລະວັນ ເປີດກ້ວາງຄັ້ງທີ 12ສະໃໝທີ8,ໂດຍພາຍໄຕ້ການເຜີຍແຜ່ຂອງທ່ານສັກດາ ແກ້ວດວງສີ ຮັກສາການຫົວໜ້າພະແນ ກຊສ ແຂວງ ສາລະວັນ ,ຜູ້ເຂົ້າຮ່ວມຮັບຟັງປະກອບມີ ຫົວໜ້າຂະແໜງຮອງຂະແໜງ,ພະນັກ ງານສຳມະຊິກພັກ, ລັດຖະກອນ, ພະນັກງານຕາມສັນຍາຂະແໜງການອ້ອມຂ້າງພະແນກຊສ, ເຂົ້າຮ່ວມ35ຄົນ ,ຍິງ14ຄົນ ,ຜູ້ເຂົ້າຮ່ວມ ໄດ້ຮັບຟັງຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນເປີດກ້ວາງຄັ້ງທີ12ສະໃໝທີ8

,ໃນໄລຍະ6ເດືອນຜ່ານມາ

ເຊີ່ງໄດ້ຍົກໃຫ້ເຫັນໝາກຜົນໆງານຂອງການຈັດຕັ້ງປະຕິບັດວຽກງານກໍ່ຄືການຊີ້ນຳໆພາຂອງຄະບໍລິຫານງານພັກແຂວງສາລະວັນ,ເຊີ່ງ ມີທັງຜົນງານອັນດີແລະຂໍ້ຄົງຄ້າງບາງດ້ານທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ລຳເລັດຕາມລະດັບຄາດໝາຍທີ່ວາງໄວໃນ6ເດືອນທ້າຍປີ2020,ທັງນີ້ກໍ່ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງແຕ່ລະໂຂງເຂດ ໄດ້ສຶບຕໍ່ເອົາໄຈໃສແກ້ໄຂຂໍ້ຄົງຄ້າງຈຳນວນໜຶ່ງໃນຊຸມ

ເດືອນຕໍ່ຫ້ນາໄດ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ຢ່າງມີປະສິດທິຜົນ.