Print

ໃນຕອນບ່າຍຂອງວັນທີ27ສິງຫາ2020ນີ້ຄະນະທິມງານຈາກສູນກາງກະຊວງຊັບ ພະຍາກອນທຳມະຊາດແລະ ສິ່ງແວດລ້ອມໄດ້ລົງມາມອບ ເຄື່ອງແລະໄດ້ແນະນຳການຕິດຕັ້ງອຸປະກອນການສື່ສານທາງໄກ(video conference)ທົດລອງການໄຊ້ງານເພື່ອອຳນວຍຄວາມສະດວກ ໃນການປະຊຸມທາງໄກໃຫ້ແກ່ພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ແຂວງ ສາລະວັນ ໃຫ້ກຽດເຂັົ້າຮ່ວມ ໃນພິທີຄັ້ງ ນີ້ ແມ່ນທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງ, ພ້ອມນັ້ນ ໄດ້ມີຂະ ແໜງການອ້ອມຂ້າງ ພະແນກພ້ອມດ້ວຍພະນັກງານວິຊາການຈຳນວນ ໜຶ່ງເຂົ້າຮ່ວມເປັນສັກຂີພະຍານ ,ເຄື່ອງທີນຳມາມອບ ໃນຄັ້ງ ນີ້ປະກອບມີອຸປະກອນຮັບໃຊ້ກອງປະຊຸມທາງໄກເຊີ່ງລວມມີໜ້າຈໍມໍລິເຕີ1ໜ່ວຍ,ກ້ອງຈັບພາບ1ໜ່ວຍແລະຄອມພິວ ເຕີຄອບຄຸມລະ ບົບ 1ໜ່ວຍ,ລວມມູນຄ່າ 3,920 ໂດລາສະຫາລັດຫຼືປະມານ 35 ລ້ານກ່ວາກີບ.