ໃນລະຫ່ວາງວັນທີ14-15ກັນຍາ2020 ນີ້ ທ່ານ ສົມພອນ ແສງສຸລິຈັນ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ
ແຂວງ ສາລະວັນ ໄດ້ຮ່ວມກັບພະນັກງານຂະແໜງການທີ່ກ່ຽວຂ້ອງພາຍໃນພະແນກ ຊສ ປະຈຳແຂວງ, ເຄື່ອນໄຫວຊຸກຍູ້ວຽກງານ
ຊັບພະ ຍາກອນທຳມະຊາດແລະສິ່ງແວດລ້ອມ ຢູ່ 4 ຕົວເມືອງ
ຄື ເມືອງສາລະວັນ,ເລົ່າງາມ,ວາປີ ແລະເມືອງ ລະຄອນເພັງ,
ເພື່ອຕິດຕາມປະເມີນຄຶນການຈັດຕັ້ງປະຕິບັດວຽກງານໃນໄລຍະ9ເດືອນຜ່ານມາເປັນຕົ້ນແມ່ນວຽກງານອອກໃບຕາດິນ,ວຽກ ງານຄຸ້ມ
ຄອງສິ່ງແວດລ້ອມການປຽນແປງດິນຟ້າອາກາດ,ວຽກງານເກັບລາຍຮັບເຂົ້າງົບປະມານແລະວຽກງານອຶ່ນໆທີ່ຈຳເປັນຈຳນວນໜຶ່ງ,ໃນ
ນັ້ນ, ເມືອງ ທີຈັດຕັ້ງປະຕິບັດວຽກງານໄດ້ດີຜົ້ນເດັ່ນ ປະກອບມີເມືອງ ລະຄອນເພັງ,ສາມາດສ້າງຖານສຳມະໂນຕອນດິນໄດ້ທັງໝົດ
27.140 ຕອນ,ລວມເນື້ອທີ່ມີ 26.295 ເຮັກຕາ ,ທຽບໃສ່ຕອນດິນໃນທົ່ວເມືອງປະຕິບັດໄດ້ 75% ໃນນັ້ນ ດິນປຸກສ້າງປະຕິບັດໄດ້
11.250 ຕອນ, ເນື້ອທີ່3.750 ເຮັກຕາ,ດິນກະສີກຳປະຕິບັດໄດ້ 15.000 ຕອນ,ເນື້ອທີ່22.500 ເຮັກຕາ,ດິນການຄ້າແລະບໍລິການ 890
ຕອນ,ເນື້ອທີ່ 45 ເຮັກຕາ, ດິນປ່າໄມ້,ເຂດສະຫງວນທາງ,ດິນເວົ່າວາງ 8942 ຕອນ,ເນື້ອທີ່ 112.705
ເຮັກຕາ,ສຳລັບວຽກງານຊອກແຫຼ່ງລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 23.326,160 ກີບທຽບໃສ່ແຜນການປີປະຕິບັດໄດ້ 40%
ສຳລັບເມືອງອຶ່ນໆ ແມ່ນຈັດຕັ້ງປະຕິບັດໄດ້ດີພໍສົມຄວນ ຄາດວ່າອິກ 3 ເດືອນທ້າຍປີ 2020 ນີ້,ອາດຈະບັນລຸໄດ້ຄາດໝາຍທີ່ວາງໄວ້.