Print

ໃນຕອນເຊົ້າຂອງວັນທີ 18 ກັນຍາ 2020 ນີ້,ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ແຂວງສາລະວັນ

ໄດ້ຈັດປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ  ຂຶ້ນຢ່າງເປັນທາງການ,ພາຍໄຕ້ການເປັນປະທານ ຂອງທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າພະແນກ ຊສ ປະຈຳແຂວງສາລະວັນ,ພ້ອມນັ້ນ ມີຄະນະພະແນກ,ຫົວໜ້າຂະແໜງ,ຮອງຂະແໜງ,ພະນັກງານວິຊາການພາຍໃນພະແນກ ຊສ ເຂົ້າຮ່ວມ ເກືອບ 20 ຄົນ ຍິງ 5ຄົນ,ທີ່ປະຊຸມໄດ້ຮັບຟັງການລາຍງານຜົນ ຂອງການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງ ຊັບພະຍາກອນ ທຳມະຊາດແລະສິ່ງແວດລ້ອມໃນໄລຍະ 9 ເດຶອນຜ່ານມາ ແລະ ຜ່ານແຜນ ສຶບຕໍ່ 3 ເດຶອນ ທ້າຍປີ 2020 ເຊີ່ງໄດ້ຍົກໃຫ້ເຫັນໝາກຜົນໆງານ ທີ່ຍາດມາໄດ້ຈຳນວນ ໜຶ່ງເປັນຕົ້ນແມ່ນ ວຽກງານທີ່ດິນ ,ວຽກງານ ສິ່ງແວດລ້ອມ-ການປຽນແປງດິນຟ້າອາກາດ,ວຽກງານຊັບພະຍາກອນນ້ຳ-ອຸຕຸນິຍົມ ອຸທົກກະສາດ,ຈາກນັ້ນ ທີ່ປະຊຸມໄດ້ປະເມີນຄຶນ ການ ຈັດຕັ້ງປະຕິບັດວຽກງານຂອງແຕ່ລະຂະແໜງການເພື່ອສືບຕໍ່ປັບປຸງແກ້ໄຂບັນດາໜ້າວຽກທີ່ຍັງຄົງຄ້າງ,ບໍ່ບໍ່ບັນລຸຕົວເລກຄາດໝາຍຈຳນວນໜຶ່ງໃຫ້ສຳເລັດໄດ້ໃນ 3 ເດືອນທ້າຍປີ2020 ນີ້, ທັງນີ້ກໍ່ເພື່ອແນໃສເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງຊັບພະຍາກອນ ທຳມະຊາດແລະສິ່ງ ແວດ ລ້ອມ ໄດ້ດຳເນີນໄປຢ່າງມີຜົນສຳເລັດແລະໄດ້ຮັບໝາກຜົນຢ່ງມີປະສິດທິພາບ.