ການປັບປຸງຫຼາວັດແທກລະດັບນ້ຳເຊໂດນຢູ່ 3 ຕົວເມືອງຄືເມືອງສາລະວັນ,ເມືອງວາປີ ແລະເມືອງຄົງເຊໂດນ ແມ່ນໄດ້ຈັດ ຕັ້ງປະຕິ ບັດ ມາແຕ່ທ້າຍເດືອນກັນຍາ 2020 ເປັນຕົ້ນມາ ແລະໄດ້ສຳເລັດລົງໃນຄັ້ງວັນທີ 2 ຕຸລາ 2020ນີ້ໂດຍມີໜ້າວຽກ ທີ່ໄດ້ ຈັດ ຕັ້ງປະຕິບັດດັ່ງນີ້

, ເຂດ ເມືອງສາລະວັນໄດ້ປັບປຸງ 3ຈຸດ ຄືຈຸດທ່ານ້ຳປະປາ,ຈຸດພະແນກສາທາເກົ່າ ແລະຈຸດສົ້ນຂົວບ້ານນາ ກົກໂພ, ເມືອງ ວາປີ,ໄດ້ປັບປຸງ2ຈຸດ,ມີຈຸດສົ້ນຂົວຂ້າມເຊໂດນ ແລະ ຈຸດທາງເຂົ້າວັດບ້ານສະເໝຍ,ເມືອງຄົງເຊໂດນ ໄດ້ປັບປຸງໜຶ່ງຈຸດ ຄືເຂດ ຈຸດສຸມຊ່ວຍ ເຫຼືອ ຜູ້ປະສົບໄພ ບ້ານຫ້ວຍເຊົາ ເຊີ່ງໃນແຕ່ລະຈຸດແມ່ນໄດ້ພົ້ນສີແມ່ແບບ ໃສ່ເສົາໄຟຟ້າ, ທີ່ມີລະດັບຄວາມສຸງ ຈາກໜ້າ ນ້ຳປົກກະຕິ 13 ແມັດ ໂດຍແມ່ນຂະແໜງຊັບພະຍາກອນນ້ຳ,ອຸຕຸນິຍົມ-ອຸທົກກະສາດ ຮ່ວມກັບ ຫຊສ ເມືອງເປັນຜູ້ຈັດຕັ້ງປະຕິບັດ, ທັງນີ້ກໍ່ເພື່ອແນໃສ່ເຮັດ ໃຫ້ການຕິດຕາມການຂຶ້ນລົງຂອງລະດັບນ້ຳເຊໂດນ ທັງສອງລະດູໄດ້ມີຄວາມວ່ອງໄວແລະຊັດເຈນຍິ່ງໆຂຶ້ນ.