ໃນຄັ້ງວັນທີ 15 ຕຸລາ 2020 ນີ້້ ທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະສິ່ງ ແວດ ລ້ອມແຂວງ ສາລະວັນ ຮ່ວມກັບຜູ້ຕ່າງໜ້າ ກົມແຜນການ ການເງີນ ກະຊວງຊັບພະຍາກອນທຳ ມະຊາດແລະສິ່ງແວດລ້ອມ ,ຂະ ແໜງ ການທີ່ກ່ຽວຂອ້ງ, ເພື່ອສະເໜີເຈດຈຳນົງ ຕໍ່ອຳນາດການປົກຄອງເມືອງສະໝ້ວຍ ກ່ຽວກັບການສະໜອງທຶນ ຂອງກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທີ່ໄດ້ຈາກການກູ້ຢືມຈາກສາກົນ ,ໃນການກໍ່ສ້າງຫ້ອງການຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມເມືອງສະໝ້ວຍ ຫຼັງໃໝ່

ໃຫ້ແກ່ເມືອງສະໝ້ວຍ,ຈາກນັ້ນຄະນະທິມງານ ໄດ້ສືບຕໍ່ກວດກາເບີ່ງພຶ້ນ ທີ່ໆຈະກໍ່ສ້າງ ຫ້ອງ ການ ຊສ ຫຼັງໃໝ່,ເມືອງສະໝ້ວຍ ເຊີ່ງມີຂະໜາດເນື້ອທີ່ເກືອບ 3000 ຕາແມັດ,ສຳລັບຂະໜາດຂອງຫ້ອງການຫຼັງໃໝ່ ແມ່ນມີ ຂະໜາດ 20 x 8 ແມັດ,ເປັນອາຄານຊັ້ນດຽວ,ມີຫ້ອງເຮັດວຽກ 6 ຫ້ອງ,ຫ້ອງຊຸມ 1 ຫ້ອງ,ຄາດວ່າໃນຕົ້ນເດືອນ ທັນວາ 2020 ຈະໄດ້ລົງມືກໍ່ສ້າງ, ທັງນີ້ກໍ່ເພື່ອແນ່ໃສຕອບສະໜອງຄວາມຮຽກຮ້ອຕ້ອງການສະຖານທີ່ເຮັດວຽກໃຫ້ກັບທ້ອງຖິນຫ້ອງການ ຊສ ເມືອງສະໝ້ວຍໄດ້ມີຫ້ອງການບ່ອນປະຈຳການເຮັດວຽກໃຫ້ມີຄວາມສະບາຍແລະ ມີບ່ອນເກັບມຽນຖານຂໍ້ມູນ ທີສຳຄັນຂອງແຕ່ລະ ຂະແໜງການໃຫ້ມີຄວາມປອດໄພ,ຮັບປະກັນຄວາມເສຍຫາຍຈາກໄພທຳມະຊາດອຶ່ນໆ