ໃນຕອນເຊົ້າຂອງວັນທີ 22 ຕຸລາ 2020 ນີ້ ທ່ານ ສຸບັນ ສິມມະວົງ ຫົວໜ້າຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນີຍົມ,ໄດ້ນຳພາທີມງານ ຈາກ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ຈຳນວນ 8 ທ່ານ  ທີ່ມາຈາກ ກົມຊັບພະຍາກອນນໍ້າ 3ທ່ານ ແລະ ຄະນະຈາກສະຖາບັນຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ 2 ທ່ານ,ພ້ອມດ້ວຍວິຊາການຈາກຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງ

ລົງເຄື່ອນໄຫວວັດແທກຄຸນນະພາບນໍ້າ ຢູ່ 2ເມືອງ 3ຈຸດຄື: ຈຸດ ຂົວຈົມເຊໂດນ,ຈຸດ ບ້ານເລົ່າ ເມືອງວາປີ ແລະ 1ຈຸດ ບ້ານດົງຊວງເມືອງເລົ່າງາມ ເຊີ່ງໄດ້ມີການວັດແທກຄຸນນະພາບຂອງນໍ້າ ໃນ 05 ຄ່າຄື: PH(ຄວາມເປັນກົດດ່າງ),DO(ອົກຊີລະລາຍໃນນໍ້າ), EC   ( ຄ່າຊັກນຳໄຟຟ້າ),TDS (ຂອງແຂງທີ່ລະລາຍໃນນໍ້າ) ແລະ T`C (ອຸຫະພູມນໍ້າ) ພ້ອມທັງໄດ້ເກັບເອົາຕົວຢ່າງນໍ້າ ເຂົ້້າໃນຫ້ອງວິໃຈ ຂອງສະຖາບັນ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອນຳໄປວິໃຈ.