ໃນຕອນເຊົ້າຂອງ ວັນທີ 22 ຕຸລາ 2020 ທີ່ຫ້ອງປະຊຸມຂອງຫ້ອງການ ແຜນການເມືອງສາລະວັນ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວວລ້ອມ ແຂວງສາລະວັນ ໄດ້ຈັດກອງປະຊຸມ ຜ່ານຮ່າງແຜນການຄຸ້ມຄອງອ່າງຮັບນ້ຳຫ້ວຍປາໄອ່ ແລະ ຮ່າງລະບຽບເຂດຍອດນໍ້າ,ໂດຍໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ບຸນສາ ຄ່ຽມມະນີຂັນໄຊ ຮອງເຈົ້າເມືອງ ເມືອງສາລະວັນ,ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກ ຊັບພະຍາກອນແລະສີ່ງແວດລ້ອມປະຈໍາແຂວງສາລະວັນ,

ນອກນັ້ນຍັງມີພະແນກການທີ່ກ່ຽວຂອ້ງ,ຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ,ຫົວໜ້າຫ້ອງການ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເມືອງສາລະວັນ ແລະ  ອົງການປົກຄອງບ້ານ  7 ບ້ານ ເຂົ້າຮ່ວມຈຳນວນ 21 ທ່ານ ຍິງ 5 ທ່ານ ທີ່ປະຊຸມ ໄດ້ຜ່ານຮ່າງແຜນການຄຸ້ມຄອງອ່າງຮັບນ້ຳຫ້ວຍປາໄອ່,ຮ່າງກົດລະບຽບ ແລະ ຂໍ້ຫ້າມ ຈາກນັ້ນທີ່ປະຊຸມກໍ່ໄດ້ ປຶກສາຫາລື ຄົ້ນຄ້ວາແລກປ່ຽນຄວາມຄິດເຫັນ ໃສ່ຮ່າງແຜນການຄຸ້ມຄອງແຫຼ່ງນ້ຳແຫ່ງດັ່ງກ່າວ ເພື່ອ ຮັບປະກັນໃນການຄຸ້ມຄອງການນຳໃຊ້,ການອະນຸລັກ, ການຄຸ້ມຄອງສິ່ງແວດລ້ອມຕາມທິດສີຂຽວ ແລະ ຍຶນຍົງ, ຕໍ່ກັບການພັດທະນາ,ການນຳໃຊ້ແຫຼ່ງນໍ້າ,ການຟຶ້ນຟູໃຫ້ມີຄຸນນະພາບທີດີ, ມີຄວາມຢຶນຍົງບໍບົກແຫ້ງ ແລະ ອຸດົມສົມບູນໃນທຸກໆດ້ານ ຕະຫຼອດໄປ ມາຮອດເວລາ 11 :00ໂມງ ຂອງວັນດຽວກັນນັ້ນ ທີ່ກອງປະຊຸມກໍ່ສີ້ນສຸດລົງ.