ໃນຕອນບ່າຍຂອງວັນທີ 27 ຕຸລາ 2020 ນີ້ ທ່ານ ອານົງສອນ ພົມມະຈັນ ຫົວໜ້າກົມທີ່ດິນ ກະຊວງຊັບພະຍາກອນ ທຳມະ ຊາດ ແລະ ສິ່ງແວດລ້ອມ , ພ້ອມດ້ວຍຄະນະໄດ້ນຳເອົາອຸປະກອນຮັບໃຊ້ເຂົ້າໃນວຽກງານຄຸ້ມທີ່ດິນ,ເພື່ອຄອບຄຸມລະບົບຖານຂໍ້ມູນ ,ການເຊື່ອມ ໂຢງ ຂໍ້ມູນລະຫ່ວາງທ້ອງຖິ່ນກັບສູນກາງໃຫ້ເປັນລະບົບ , ວ່ອງໄວ , ຊັດເຈນຍິ່ງໆຂຶ້ນ, ສຳລັບອຸປະກອນທີ່ນຳມາມອບໃນເທື່ອນີ້ແມ່ນ ປະກອບ ມີຄອມພິວເຕີ 1 ຊຸດ, ເຊີເວີຄອບຄຸມລະບົບ​ 2 ຊຸດ , ປິນເຕີ ແລະ ອຸປະກອນທີ່ຈຳເປັນຈຳນວນໜຶ່ງ ໃນມູນຄ່າ 170 ລ້ານ ກີບ, ເປັນກຽດ ມອບໂດຍທ່ານຫົວໜ້າກົມທີ່ດິນ ກຊສ ແລະ ຜູ້ຮັບແມ່ນທ່ານ ສັກດາ ແກ້ວດວງສີ ຮັກສາການຫົວໜ້າພະແນກ ຊສ ແຂວງ ສາລະວັນ ,ໂດຍຊ້ອງໜ້າທ່ານ ບົວທອງ ຄູນຍອດປັນຍາ ຮອງເຈົ້າແຂວງໆສາລະວັນ , ພ້ອມດ້ວຍຫົວໜ້າພະແນກ , ຮອງ ພະແນກທີ່ ກ່ຽວຂ້ອງ ຈາກສູນກາງ, ຂະແໜງການ,ພະນັກງານວິຊາການພະແນກຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມ ແຂວງ ເຂົ້າຮ່ວມ ເປັນສັກຂີ ພະຍານ,ທັງນີ້ກໍ່ເພື່ອ ແນໃສເຮັດໃຫ້ການຈັດ ຕັ້ງເຄື່ອນໄຫວວຽກງານ ຄຸ້ມຄອງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ຂັ້ນທ້ອງຖິ່ນໃດ້ມີຄວາມວ່ອງໄວ , ສາມາດເຊື່ອມໂຍງກັບສູນກາງໄດ້ຢ່າງທົ່ວເຖີງ ແລະ ສາມາດຕອບສະໜອງໄດ້

 ຄວາມຮຽກຮອງ ຕ້ອງການຂອງສັງຄົມໄດ້ດີຂຶ້ນ.