ໃນຕອນເຊົ້າຂອງວັນທີ 27 ຕຸລາ 2020,ຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ,ໄດ້ຈັດກອງປະຊຸມຮ່ວມກັນລະຫ່ວາງພະນັກງານວິຊາການຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພະແນກການເງີນປະຈຳແຂວງສາລະວັນຂື້ນເພື່ອປະເມີນຄືນການນຳໃຊ້ງົບປະມານປະຈຳປີພາຍໃຕ້ການເປັນປະທານ ຂອງທ່ານ ສົມພອນ ແສງສຸລິຈັນ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມແຂວງສາລະວັນ,

ພ້ອມດ້ວຍພະນັກງານວິຊາການຈາກ 2 ພະແນກການເຂົ້າຮ່ວມທັງໝົດ 9 ທ່ານ,ໃນນັ້ນມາຈາກພະແນກການເງີນ 4 ທ່ານ,ທີ່ປະຊຸມໄດ້ປຶກສາຫາລືກ່ຽວກັບການກວດກາຫຼັງການຈ່າຍງົບປະມານ 9 ເດືອນຕົ້ນ,ເພື່ອສະໜອງຂໍ້ມູນຊີ້ແຈງເຖິ່ງບັນຫາຕ່າງໆຕໍ່ກັບການຈັດຕັງປະຕິບັດລາຍຈ່າຍ,ໂດຍສະເພາະແມ່ນການກວດກາເບີ່ງຄືນບົດສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານ ແລະ ດ້ານການຄິດໄລ່ໃນການປະກອບເອກະສານຖອນເງີນຢູ່ຄັງເງີນແຫ່ງຊາດປະຈຳແຂວງ,ຕາມການອະນຸມັດຈ່າຍງົບປະມານໃນແຕ່ລະງວດສາມາດຕີລາຄາ ແລະ ສັງເກດເຫັນໄດ້ດັ່ງນີ້ : ຜ່ານການກວດກາ ແລະ ການສະໜອງຂໍ້ມູນຂອງທາງພະແນກ,ມີຄວາມລະອຽດຊັດເຈນ,ການສະຫຼຸບລາຍງານ,ການບັນທືກຈົດຈ່າຍບັນຊີລະອຽດຖືກຕ້ອງ,ການໃຊ້ຈ່າຍງົບປະມານແມ່ນໄປຕາມແຜນການອະອຸມັດງົບປະມານ ແລະ ຖືກຕ້ອງຕາມເປົ້າໝາຍ,ມາຮອດເວລາ 11 ໂມງ 00 ຂອງວັນດຽວກັນນັ້ນທີ່ກອງປະຊຸມກໍ່ໄດ້ສີ້ນສຸດລົງ