ໃນຕອນເຊົ້າຂອງວັນທີ 30 ຕຸລາ 2020 ນີ້ 3 ອົງການຈັດຕັ້ງມະຫາຊົນພະແນກຊັບພະຍາ ກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງສາລະວັນເຊີ່ງປະກອບມີ ອົງການຈັດຕັ້ງກຳມະບານ,ຊາວໜຸ່ມແລະ ອົງການຈັດຕັ້ງແມ່ຍິງ ເກືອບ 30 ສະຫາຍ,ໄດ້ຮ່ວມ ກັບ ພະແນກການອ້ອມຂ້າງແຂວງ ສາໝັກຄີກັນອອກແຮງງານ

ອະນາໄມເກັບມ່ຽນສິ່ງເສດເຫຼືອເລາະລຽບຕາມແຄມ ທາງໃນທົ່ວ ເທດສະ ບານເມືອງແລະແຂວງສາລະວັນເຊີ່ງມີໄລຍະທາງເກືອບ 5 ກິໂລແມັດ,ການອະນາໄມເກັບ ມຽນສິ່ງເສດເຫຼືອກະໂປະ, ກະປ໋ອງ,ເສດ ເຈ້ຍ,ຖົງຢ່າງ,ສິ່ງເສດເຫຼືອອຶ່ນໆ ແລະອະນາໄມຮູລະບາຍນ້ຳເລາະລຽບ ແຄມທາງ,ທັງນີ້ກໍ່ເພື່ອຄວາມ ສະອາດສວຍງາມທຳລາຍ ບ່ອນ ລີ້ຊ້ອນແມງວັນ,ຍຸງ,ສັດມີພິດແລະສັດທີມີຄວາມສ່ຽງເປັນ ພະຫານະນຳເຊື້ອພະຍາດມາສູ່ຄົນແລະ ເພື່ອຕອນຮັບວັນສຳຄັນ ຕ່າງໆ ຂອງຊາດ,ຂອງພັກ,ທີສຳຄັນແມ່ນຕອນຮັບກອງປະຊຸມໃຫ່ຍ ຄັ້ງທີ IX ຂອງອົງຄະນະພັກ ແຂວງ ສາລະວັນ ທີ່ໄກ້ຈະມາຮອດໃນມໍ່ນີ້ ໃຫ້ເຕັມໄປດ້ວຍ ຄວາມໝາຍຄວາມສຳຄັນຢ່າງເລີກເຊີ່ງ.