ໃນຕອນເຊົ້າຂອງວັນທີ 3 ທັນວາ 2020 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງການແຜນການ-ການລົງທຶນ ເມືອງຕະໂອ້ຍ ຫ້ອງການຊັບພະຍາ ກອນທຳ ມະຊາດ ແລະ ສິ່ງແວດລ້ອມເມືອງຕະໂອ້ຍໄດ້ຈັດປະຊຸມເພື່ອສະຫຼູບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ປະຈຳປີ 2020 ແລະ ວາງທິດທາງແຜນການປະຈຳປີ 2021 ຂຶ້ນ ຢ່າງເປັນທາງການ,ພາຍ ໄຕ້ການ ເປັນ ປະທານຮ່ວມ ຂອງ ທ່ານ ນາງ ບຸນຖິນ ແກ່ນພົມມາ ຮອງເຈົ້າເມືອງຕະໂອ້ຍ, ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກ ຊັບພະ ຍາ ກອນ ທຳມະ ຊາດ ແລະສິ່ງແວດລ້ອມ ແຂວງສາລະວັນ,ພ້ອມນັ້ນ,ມີຫົວໜ້າ ຂະແໜງ, ຮອງຂະ ແໜງ, ພະນັກງານ ວິຊາການ ຈາກພະແນກ ຊສ ແຂວງ,ຫ້ອງການອ້ອມຂ້າງເມືອງ,ບ້ານເທດສະບານ,ຕ່າງໜ້າຜູ້ປະກອບການ,ຫົວໜ່ວຍທຸລະກິດ,ເຂົ້າຮ່ວມທັງໝົດ 35 ທ່ານ, ທີ່ປະ ຊຸມໄດ້ຮັບຟັງການຜ່ານໝາກຜົນໆງານທີ່ໄດ້ຈັດຕັ້ງປະຕິບັດໃນໜຶ່ງປີຜ່ານມາ, ເຊີ່ງໄດ້ຍົກໃຫ້ເຫັນວຽກ ງານທີ່ພົ້ນເດັ່ນ ຈຳນວນ ໜຶ່ງ

ເປັນຕົ້ນແມ່ນວຽກງານອອກໃບຕາດິນ ປະຕິບັດໄດ້ 529 ຕອນ,ທຽບໃສ່ແຜນປີ ເທົ້າກັບ 75 ສ່ວນຮ້ອຍ, ສ້າງຖານ ສຳ ມະໂນຕອນດິນ ປະຕິບັດໄດ້ 892 ຕອນ,ທຽບໃສ່ແຜນການປີ ເທົ້າກັບ 44 ສ່ວນຮ້ອຍ, ການຕິດຕາມກວດກາ ຫົວໜ່ວຍທຸລະ ກິດ ຜູ້ປະກອບ ການ, ປະຕິບັດໄດ້ 48 ຫົວໜ່ວຍ,ທຽບແຜນການປີ ປະຕິບັດໄດ້ 100 ກ່ວາສວນຮ້ອຍ, ການຈັດເກັບລາຍ ຮັບເຂົ້າງົບ ປະ ມານປະຕິບັດໄດ້ 62.679.000 ກີບ,ທຽບແຜນການປີປະຕິບັດໄດ້ 100 ກ່ວາສ່ວນຮ້ອຍ, ສຳລັບແຜນການສືບຕໍ່ໃນຊຸມປີຕໍ່ໜ້າ ແມ່ນຈະ ສູ້ຊົນ ປະຕິ ບັດລາຍຮັບໃຫ້ໄດ້ 63 ລ້ານກ່ວາກີບ,ສືບຕໍ່ອອກໃບຕາດິນໃຫ້ໄດ້ 700 ຕອນ,ສ້າງຖານສຳມະໂນໃຫ້ໄດ້ 2000 ຕອນ,ຊຸກຍູ້ ຫົວໜ່ວຍ ທຸລະກິດປະຕິບັດລະບຽບການ,ອອກຢັ້ງຢຶນສິ່ງແວດລ້ອມໃຫ້ໄດ້ 18 ຫົວໜ່ວຍ, ພ້ອມດຽວກັນນີ້ ທີ່ປະ ຊຸມ ຢັງໄດ້ຮັບ ຟັງການ ເຜີຍ ແຜ່ນິຕິກຳກ່ຽວກັບ ເຂດປະເມີນລາຄາ ທີດິນ, ພາລະບົດບາດ,ສິດໜ້າທີ ຂອງຫ້ອງການ ຊັບພະຍາກອນ ທຳ ມະຊາດແລະ ສິ່ງແວດ ລ້ອມເມືອງ, ສະບັບປັບປຸງ ແລະ ດຳລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ຕຶ່ມອີກ, ທັງນີ້ກໍ່ ເພື່ອ ແນໃສເຮັດໃຫ້ສັງຄົມໄດ້ ຮັບຮູ້ລະບຽບການຕ່າງໆທີ່ກ່ຽວພັນກັບ ວຽກງານຄຸ້ມຄອງ ຊັບພະຍາກອນ ທຳມະ ຊາດ ແລະສິ່ງແວດ ລ້ອມ ໃຫ້ຫຼາຍຂຶ້ນ,ມີຄວາມຮັບຮູ້ເຂົ້າໃຈ ແລະ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິ່ງຢ່າງມີປະສິດທິຜົນສູງ.