ໃນຕອນບ່າຍຂອງວັນທີ28ມັງກອນ2021ທີ່ຜ່ານມານີ້ ຢູ່ທີຫ້ອງປະຊຸມຂອງພະແນກການເງີນແຂວງ,ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວວລ້ອມແຂວງສາລະວັນໄດ້ຈັດກອງປະຊຸມປຶກສາຫາລືເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມຂອງໂຄງການກໍ່ສ້າງເຄື່ອນໄຟ້ານໍ້າຕົກຂະໜາດນ້ອຍ ເຊໂດນ 2 ມີກຳລັງຕິດຕັ້ງ 10MW ຕັ້ງຢູ່ເຂດບ້ານພູມສະຫັວນ,ບ້ານສະເໝ້ຍ ແລະ ບ້ານແກ້ງກຸ ແລະ ບ້ານແກ້ງນ້ອຍ ເມືອງວາປີ ແຂວງສາລະວັນໃຫ້ກຽດເຂົ້້າຮ່ວມຂອງທ່ານພູທົງຄຳມະນີວົງຄະນະປະຈຳພັກແຂວງຮອງເຈົ້າແຂວງໆສາລະວັນ,ຜູ້ຊີນຳວຽກງານເສດຖະກິດ,ທ່ານສັກດາ ແກ້ວດວງສີ ຫົວໜ້າພະແນກຊັບພະຍາກອນທຳມ,ະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ,ທ່ານ ບຸນຍູ້ ຈັນທະຈະເລີນສີ ເຈົ້າເມືອງໆວາປີ,ພ້ອມດ້ວຍຕ່າງໜ້າບໍລິສັດສາກົນກຸບຈຳກັດບ້ານທີ່ໄດ້ຮັບຜົນກະທົບແລະຂະແໜງການທີ່ກ່ຽວຂອ້ງເຂົ້າຮ່ວມຕ່າງໜ້າທີ່ປືກສາດ້ານສິ່ງແວດລ້ອມສາກົນກຸບໄດ້ລາຍງານໃຫ້ຮູ້ວ່າໂຄງການເຂື່ອນໄຟ້າເຊໂດນ2ຕັ້ງຢູ່ປາກນໍ້າເສັດແລະນໍ້າເຊໂດນຕອນລຸ່ມປະມານ 2 ກິໂລແມັດກວ່າ,ເຂດສັນເຂື່ອນ-ເຮືອນຈັກແມ່ນຕັ້ງຢູ່ ບ້ານພູມສະຫັວນ,ສະເໝ້ຍ,ບ້ານແກ້ງກຸ

ໃນນັນມີເນື້ອຈະຖືກນຳໃຊ້ທັງໝົດສີ່ຮ້ອຍສີ່ສີບກວ່າແຮັກຕາກ່ວມເອົາດິນສວນ,ດິນນາຂອງບ້ານພູມສະຫັວນ,ສະເໝ້ຍ,ບ້ານແກ້ງກຸແລະສ່ວນໜື່ງຂອງບ້ານແກ້ງນ້ອຍຮູບແບບຂອງເຂື່ອນແມ່ນມີນໍ້າໄຫຼຜ່ານຕະຫຼອດປີ(ຫຼືແບບລັ່ນອ໋ອບເຊິ່ງມີໄລ່ຍະເວລາກໍ່ສ້າງທັງໝົດ29ເດືອນມີມູນຄ່າການກໍ່ສ້າງທັງໝົດ25ລ້ານກ່ວາໂດລາສະຫາລັດພ້ອມດຽວກັນນີ້ກໍ່ໄດ້ມີການປືກສາຫາລືເພື່ຶຮັບຮອງເອົາບົດສຶກສາເບື່ອງຕົ້ນຕໍ່ຜົນກະທົບດ້ານສິ່ງແວດລ້ອມ ແລະຊົດເຊີຍຄ່າເນື້ອທີ່ໃຫ້ຖືກຕ້ອງຕາມລະບຽບກົດໝາຍ,ໂຄງການດັ່ງກ່າວຖ້າຫາກມີການກໍ່ສ້າງກໍ່ຈະອຳນວຍຄວາມສະດວກສ້າງວຽກເຮັດງານງານທຳຂອງປະຊາຊົນເຂດບ້ານອ້ອມຂ້າງໃຫ້ດີຂື້ນ ແລະ ຫຼຸດຜ່ອນຄວາມທຸກຍາກໄປເທື່ອລະກ້າວ.