ໃນຕອນບ່າຍ ຂອງວັນທີ 03 ມັງກອນ ປີ2021 ນີ້ ທ່ານ ປອ ໄຊຍະສອນ ເລຂາພັກ-ເຈົ້າແຂວງສາລະວັນ,ທ່ານ ສັກດາ ແກ້ວດວງສີ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນສິ່ງແວດລ້ອມແຂວງສາລະວັນ,ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໄດ້ລົງຕິດຕາມສະພາບຕົວຈິງຂອງໂຮງງານສີໝາກກາເຟເຄິ່ງສຳເລັດຮູບຂອງບໍລິສັດກາດເກ້ລາວ ສາລະວັນ ອັນໄດ້ສົ່ງຜົນກະທົບ(ກິ່ນເໝັນ)ຕໍ່ປະຊາຊົນໃນເຂດນັ້ນ,ທ່ານເຈົ້້າແຂວງໆສາລະວັນກໍ່ໄດ້ຮັບຟັງ ການລາຍງານຕົວຈິງຈາກອົງການປົກຄອງເມືອງບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງຕໍ່ກັບບັນຫາສະພາບແວດລ້ອມທີ່ເກີດຈາກການດຳເນີນກິດຈະການຂອງໂຮງງານສີໝາກາເຟສຳເລັດຮູບເຊັນ:ຂະບວນການຊັກຟອກລາງເມັດໝາກກາເຟ,ມີລະບົບອາງເກັບສິ່ງເສດເຫຼືອ,

ການອອກແບບລະບົບບຳບັດສິ່ງເສດເຫຼືອບໍ່ໄດ້ມາດຕະຖານ,ການບໍລິຫານຈັດການສິ່ງເສດເຫຼືອສະສົມໄວ້ປະລິມານຫຼາຍ ແລະ ຫຼາຍປີກໍ່ໃຫ້ເກີດມີການໝັກບົ່ມເຮັດໃຫ້ມີກິ່ນເໝັນກະຈ່າຍໃນວົງກ້ວາງອ້ອມຂ້າງໂຄງການ ອັນໄດ້ສົ່ງຜົນກະທົບເສຍຫາຍຫຼາຍໃຫ້ແກ່ສັດນໍ້າໃຫ່ຍນ້ອຍທີ່ອາໃສຕາມລໍາຫ້ວຍຕ່າງໆ ແລະ ຕາມວັງສະຫວງນນໍ້າໃນຫ້ວຍມີກິ່ນເໝັນກະທົບເຖິ່ງການລ້ຽງປາຂອງປະຊາຊົນໃນຂອບເຂດບໍລິເວນດັ່ງກ່າວ ຜ່ານມາພາກສ່ວນຕ່າງໆທີ່ກ່ຽວຂ້ອງກໍ່ໄດ້ມີການແນະນຳ ປືກສາ-ຫາລື ແລະ ໃຫ້ທາງບໍລິສັດແກ້ໄຂ ແລະ ຊົດເຊີຍຜົນເສຍຫາຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກສະພາບແວດລ້ອມອັນເຮັດໃຫ້ປາທີ່ປະຊາຊົນລ້ຽງຕາຍເປັນຈຳນວນຫຫຼາຍ,ໃນປັດຈຸບັນຄະນະກຳມະການໄດ້ໂຈະກິດຈະການເປັນຕົ້ນແມ່ນການສີໝາກາເຟ,ສ່ວນກິດຈະກຳອື່ນໆແມ່ນສືບຕໍ່ປົກກະຕິ,ເພື່ອປັບປຸງແຜນຄຸ້ມຄອງສິ່ງແວດລ້ອມ ແລະ ມາດຕະການອື່ນໆໃຫ້ໄດ້ຕາມມາດຕະການ ແລະ ຮັບປະກັນດ້ານສະພາບແວດລ້ອມ