ໃນຕອນເຊົ້າຂອງວັນທີ 12 ກຸມພາ 2021 ນີ້ ຢູ່ທີ່ພະແນກ ຊັບພະຍາກອນ ທຳມະຊາດແລະສິ່ງແວດລ້ອມ ແຂວງສາລະວັນ ໄດ້ດຳເນີນກອງປະຊຸມຮັບຮອງເອົາສໍາມາຊິກພັກສຳຮອງຈຳນວນ 6 ສະຫາຍ ໃນນັ້ນຍິງ 2 ສະຫາຍ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານສັກດາ ແກ້ວດວງສີ ເລຂາໜ່ວຍພັກ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ມີພະນັກງານສຳມະຊິກພັກສົມບູນ ແລະ ສຳຮອງ ພາຍໃນພະແນກ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຈຳນວນ 30 ຄົນ,ຕະຫຼອດໄລ່ຍະຜ່ານມາມະຫາຊົນກ້າວໜ້າທີ່ໄດ້ເລື່ອນຂື້ນເປັນສຳມະຊິກພັກສຳຮອງທັງ 6ສະຫາຍນີ້ ໄດ້ຕັ້ງໜ້າຝືກຜົນຫຼໍ່ຫຼອມຕົນເອງໃນດ້ານຄວາມຮູ້ຄວາມສາມາດກໍຄືດ້ານແນວຄິດການຈັດຕັ້ງ,ມີທັດສະນະ ຫຼັກໝັ້ນ,ຄຸນທາດການເມືອງໜັກແໜ້ນ

,ຄຸນສົມບັດສິນທຳປະຕິວັດ,ມີແບບແຜນດຳລົງຊິວິດທີ່ປອດຂາວສະອາດບໍລິສຸດສັດຊື່ຕໍ່ໜ້າທີ່ວຽກງານ ແລະ ເຮັດຫຼອນໜ້າທີ່ຕາມການຈັດຕັ້ງມອບໝາຍໃຫ້,ດັ່ງນັ້ນຈິ່ງໄດ້ເລື່ອນມະຫາຊົນກ້າວໜ້າທັງ 6 ສະຫາຍ ນີ້ຂື້ນເປັນສຳມະຊິກພັກສຳຮອງຕາມລະບຽບຂອງພັກ ປະຊາຊົນປະຕິວັດລາວ ທີ່ວາງອອກຢ່າງເປັນທາງການ, ແລະ ຕອນທ້າຍກໍ່ໄດ້ຮັບຟັງຄຳໂອລົມ ຊີ້ທິດແນວທາງ ຈາກທ່ານເລຂາໜ່ວຍພັກ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງເປັນຕົ້້ນແມ່ນກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີX ແລະ ໃຫ້ຄວາມໝາຍຄວາມສຳຄັນກັບສັນຍາລັກທຸງຊາດ,ທຸງພັກ.