Print

ໃນຕອນເຊົ້າຂອງ ວັນທີ 16 ກຸມພາ 2021 ນີ້ຢູ່ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ,ແຂວງສາລະວັນໄດ້ຈັດປະຊຸມ ເພື່ອສະຫຼູບການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ປະຈຳເດືອນກຸມພາ ແລະ ວາງທິດທາງແຜນການປະຈຳເດືອນມີນາ ປີ2021 ຂຶ້ນ ຢ່າງເປັນທາງການ,ພາຍ ໃຕ້ການເປັນ ປະທານຂອງ ທ່ານ ສັກດາ ແກ້ວດວງສີ ກຳມະການພັກແຂວງ, ຫົວໜ້າພະແນກ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນ,ພ້ອມນັ້ນມີຫົວໜ້າ ຂະແໜງ, ຮອງຂະ ແໜງ, ພະນັກງານ ວິຊາການ,ເຂົ້າຮ່ວມທັງໝົດ 17 ທ່ານ, ຍິງ 4 ທ່ານ ທີ່ປະຊຸມ ໄດ້ຮັງຟັງການລາຍງານ ການຈັດຕັ້ງປະຕິບັດໃນໜຶ່ງເດືອນຜ່ານມາ,ເຊີ່ງໄດ້ຍົກໃຫ້ເຫັນວຽກງານທີ່ພົ້ນເດັ່ນ ຈຳນວນໜຶ່ງເປັນ ຕົ້ນ ແມ່ນວຽກງານອອກໃບຕາດິນສາມາດປະຕິບັດໄດ້ຈຳນວນ 194 ຕອນທຽບໃສ່ແຜນເດືອນປະຕິບັດ 12%,ວຽກງານສ້າງຖານສຳ ມະໂນຕອນດິນສາມາດປະຕິບັດໄດ້ຈຳນວນ 174 ຕອນທຽບໃສ່ແຜນເດືອນປະຕິບັດ 3%,

ວຽກງານການຕິດຕາມກວດກາ ຫົວໜ່ວຍທຸລະກິດ ຜູ້ປະກອບການອອກໃບຢັ້ງຢືນດ້ານສິ່ງແວດລ້ອມສາມາດປະຕິບັດໄດ້ 0 ທຽບໃສແຜນ 4 ເດືອນ ກິດຈະການແມ່ນຍັງບໍ່ທັນປະຕິບັດໄດ້,ວຽກງານການຈັດເກັບລາຍ ຮັບເຂົ້າງົບປະມານໃນໄລຍະຜ່ານມາ ແລະ ສໍາລັບແຜນການສືບຕໍ່ໃນຊຸມເດືອນຕໍ່ໜ້ານັ້ນ ແມ່ນຈະສູ້ຊົນປະຕິບັດສືບຕໍ່ວຽກງານອອກໃບຕາດິນ,ວຽກງານສ້າງຖານສຳມະໂນ,ສືບຕໍ່ຊຸກຍູ້ຫົວໜ່ວຍທຸລະກິດປະຕິບັດລະບຽບການ,ອອກຢັ້ງຢຶນສິ່ງແວດລ້ອມ,ສືບຕໍ່ຕິດຕາມກວດກາ,ຊຸກຍູ້ການປະຕິບັດແຜນ ແລະ ການເກັບລາຍຮັບລາຍຈ່າຍເຂົ້າງົບປະມານການຄຸ້ມຄອງລາຍຈ່າຍໃນຂອບເຂດຮັບຜິດຊອບຂອງ ພຊສ ເພື່ອສະໜອງຂໍ້ມູນໃຫ້ອົງການກວດສອບ,ສືບຕໍ່ສັງລວມບົດສະຫຼຸບປະຈຳເດືອນ,ງວດ,ປີ,ເປັນປົກກະຕິເພື່ອລາຍງານສາຍຕັ້ງ-ສາຍຂວາງໃຫ້ທ່ວງທັນກັບເວລາກຳນົດໄວ້ ທັງນີ້ກໍ່ເພື່ອແນໃສການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ມີປະສິດທິ