ໃນຄັ້ງວັນທີ 21 ກຸມພາ - 06 ມີນາ 2021 ນີ້ ຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ຈັດຊຸດຝືກອົບຮົມ ກ່ຽວກັບການສະແກນແຜນທີ່ຕາດິນ,ການດັດປັບແຜນທີ່ ແລະ ມາດຕະຖານ ການເກັບຮັກສາແຜນທີ່ໃນລະບົບຄອມພິວເຕີໃຫ້ແກ່ ພະນັກງານວິຊາການຂອງ ພຊສ ແຂວງ ມີບັນດາທ່ານເຂົ້າຮ່ວມທັງໝົດ 19 ທ່ານ ໃນນັ້ນມີຄູຝືກທີ່ມາຈາກສູນກາງ (ກົມທີ່ດິນ) 4 ທ່ານ ຈຸດປະສົງໃນການຝືກອົບຮົມຄັ້ງນີ້

ກໍ່ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບພະນັກງານວິຊາການໃນທ້ອງຖີ່ນຄື: 1. ເພື່ອໃຫ້ຮູ້ວິທີການສະແກນແຜນທີ່ຕາດິນ,2.ເພື່ອໃຫ້ຮູ້ວິທີການດັດປັບແຜນທີ່,3.ໃຫ້ຮູ້ວິທີການແຕ້ມແຜນທີ່ຄືນໄໝ່ໃຫ້ໄດ້ມາດຕະຖານ,4. ເພື່ອຮັບປະກັນໃນການເກັບຮັກສາແຜນທີ່ຕອນດິນໄວ້ໃນລະບົບຄອມພິວເຕີໃຫ້ມີສະດວກວ່ອງໄວໃນການຊອກຫາຂໍ້ມູນດັ່ງກ່າວ ພ້ອມທັງຮັບປະກັນໃນເກັບຮັກສາຂໍ້ມູນໃຫ້ມີຄວາມລະອຽດແລະມີຄວາມຊັດເຈນຍິ່ງຂື້ນ ໃນປະຕິບັດໜ້າທີ່ວຽກງານ.